ກອງປະຊຸມຄະນະປະ ທານຄະນະກຳມະການ ສູນກາງແນວໂຮມປະ ເທດຊາດຫວຽດນາມຄັ້ງທີ 15 (ຊຸດທີ 7)


ກອງປະຊຸມຄະນະປະ ທານຄະນະກຳມະການ ສູນກາງແນວໂຮມປະ ເທດຊາດຫວຽດນາມຄັ້ງທີ 15 (ຊຸດທີ 7) - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍິນທີ່​ກອງ​ປະຊຸມ

(ພາບ: qdnd.vn)

(vovworld) –​​​​ຕອນ​ເຊົ້າວັນ​ທີ 22/8, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດກອງ​ປະຊຸມ​ຄະນະ​ປະທານຄັ້ງທີ 15 (ຊຸດ​ທີ 7), ​ໃຫ້​ຄຳ​ເຫັນ​ໃສ່ຮ່າງ​ບົດ​ລາຍ​ງານ ​ແລະ ກົດ​ລະບຽບ​ຂອງຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຍື່ນ​ສະ​ເໜີ​ທີ່​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 8, ອາຍຸ​ການ 2014-2019. ທ່ານ​ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເປັນ​ປະທານ​ກອງ​ປະຊຸມ.

  ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ເລື່ອງ​ຂອງ​ກອງ​ປະຊຸມ​ໃຫ່ຍ, ສະພາບ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວປວງ​ຊົນທັງ​ຊາດ ​ແລະ ປຊຊ ທຸກ​ຊັ້ນວັນນະ, ບັນດາ​ບົດຮຽນ, ຈຸດໝາຍ, ທິດ​ທາງ ​ແລະ 5 ​ໂຄງການ​ດຳ​ເນີນ​ງານ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ. ບັນດາ​ຜູ້​ແທນ​ຢືນຢັນ​ວ່າ: ກອງ​ປະຊຸມ​ໃຫ່ຍຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຊຸດ​ທີ 8 ຕ້ອງ​ກຳນົດ​ຈະ​ແຈ້ງ​ບັນຫາ​ມະຫາ​ສາມັກຄີ, ສາມັກຄີ​ໃນ​ພັກ, ​ໃນ​ບັນດາ​ຊົນ​ເຜົ່າ, ສາສະໜາ ​ແລະ ສາກົນ. ສະນັ້ນ, ກອງ​ປະຊຸມ​ໃຫ່ຍຍົກ​ສູງ​ຄວາມ​ຕັດສິນ​ໃຈ: ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຮັກສາ​ສັນຕິພາບ, ອະທິປະ​ໄຕ​ແຫ່ງຊາດ, ສ້າງສາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ ​ແລະ ຜາ​ສຸກ./.

ຂ່າວ/ບົດ​ອື່ນ