ກອງປະຊຸມຊຸກຍູ້ການໂຄສະນາການທ່ອງທ່ຽວ ລາວ-ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ລາວ, ໄດ້ດຳເນີນກອງປະຊຸມຊຸກຍູ້ການໂຄສະນາການທ່ອງທ່ຽວ ລາວ-ຫວຽດນາມ
ກອງປະຊຸມຊຸກຍູ້ການໂຄສະນາການທ່ອງທ່ຽວ ລາວ-ຫວຽດນາມ - ảnh 1 ກອງປະຊຸມຊຸກຍູ້ການໂຄສະນາການທ່ອງທ່ຽວ ລາວ-ຫວຽດນາມ

ຫວຽດນາມ. ກອງປະຊຸມໂດຍ ກົມສົ່ງເສີມການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ສົມທົບກັນຈັດຕັ້ງ. ທີ່ກອງປະຊຸມ, ມີປະມານ 100 ຜູ້ແທນ, ຜູ້ຕາງໜ້າ ຂອງບັນດາອົງການ, ຂະແໜງການ ແລະ ອົງການສື່ສານທ່ອງທ່ຽວ ລາວ ແລະ ຫວຽດນາມ ໄດ້ຮັບຟັງການເຜີຍແຜ່ກ່ຽວກັບການຮ່ວມມືໃນຂົງເຂດການທ່ອງທ່ຽວຂອງສອງປະເທດ. ຕໍ່ຈາກນັ້ນ, ໃນປີ 2016, ແລກປ່ຽນນັກທ່ອງທ່ຽວລະຫວ່າງສອງປະເທດບັນລຸກວ່າ 1,13 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວລາວ ກວ່າ 137 ພັນເທື່ອຄົນ ໄປທ່ຽວ ຢູ່ ຫວຽດນາມ ແລະ ນັກທ່ອງທ່ຽວ ຫວຽດນາມ ກວ່າ 1 ລ້ານເທື່ອຄົນ ມາທ່ຽວ ລາວ. ລາວ ນອນໃນກຸ່ມ 15 ຕະຫຼາດແຖວໜ້າຂອງການທ່ອງທ່ຽວຫວຽດນາມ, ຫວຽດນາມ ແມ່ນຕະຫຼາດສົ່ງນັກທ່ອງທ່ຽວມາຢ້ຽມຢາມໃຫຍ່ທີ 2 ຂອງ ລາວ. ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

        “ນີ້ແມ່ນກາລະໂອກາດດີທີ່ສຸດ ເພື່ອໃຫ້ວິສາຫະກິດຂອງສອງປະເທດ ຫວຽດນາມ ແລະ ລາວໄດ້ແລກປ່ຽນຂໍ້ມູນ, ແບ່ງປັນ ແລະ ຮ່ວມມື, ແລກປ່ຽນນັກທ່ອງທ່ຽວຂອງສອງປະເທດ, ເພື່ອຊຸກຍູ້ກະແສນັກທ່ອງທ່ຽວຈາກ ຫວຽດນາມ ມາ ລາວ ກໍ່ຄືຈາກ ລາວ ໄປ ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດພວກເຮົາ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາໝູ່ເພື່ອນມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ, ການທ່ອງທ່ຽວ ຫວຽດນາມ ແລະ ການຮ່ວມສຳພັນຢ່າງແໜ້ນແຟ້ນລະຫວ່າງບັນດາຈຸດສະຖານທີ່ທ່ອງທ່ຽວຂອງສອງປະເທດ.

ກອງປະຊຸມຊຸກຍູ້ການໂຄສະນາການທ່ອງທ່ຽວ ລາວ-ຫວຽດນາມ - ảnh 2 ບັນດາຜູ້ແທນເຂົ້າຮ່ວມ

ຕອບກັບ

ຂ່າວ/ບົດ​ອື່ນ