ກອງປະຊຸມຊຸດຍອດມະນຸດສະທຳໂລກ2016

ກອງປະຊຸມຊຸດຍອດມະນຸດສະທຳໂລກ2016 - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ກອງ​ປະ​ຊຸມ​ຊຸດຍອດ​ມະ​ນຸ​ດ​ສະ​ທ​ຳ​ໂລກຄັ້ງ​ທຳ​ອິດ ໂດຍສະ​ຫະ​ປະ​ຊາ​ຊາດ​ຈັດ​ຕັ້ງຖືກ​ດຳ​ເນີນ​ຢູ່​ນະ​ຄອນ​ Istanbul, ປະ​ເທດ​ຕວກ​ກີ ໃນ​ວັນ​ທີ 23/05. ຕໍ່​ໜ້າ​ເຫດ​ການນີ້ 1 ວັນ, ຢູ່ Vatican, ສັນ​ຕະ​ປາ​ປາ Francis ໄດ້​ຈັດ​ພິ​ທີ​ສວດ​ມົນ​ພາ​ວະ​ລາຂໍ​ໃຫ້​ມີ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ທົ່ວ​ໂລກ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ມະ​ນຸດ​ສະ​ທຳ​ຢ່າງ​ຮ້າຍ​ແຮງ​ໃນ​ປະ​ຈຸ​ບັນ​ຄື ການ​ປະ​ທະ​ກັນ, ຄວາມ​ອຶດ​ຫິວ​ທຸກ​ຍາກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ມົນ​ລະ​ມິດ​ສິ່ງ​ແວດ​ລ້ອມ. ວັນ​ທີ 22/05, ກ່າວ​ຄຳ​ເຫັນ​ຢູ່ Vatican, ສັນ​ຕະ​ປາ​ປາ Francis ໄດ​້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ການ​ນຳ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຊຸດຍອດ​ມະ​ນຸ​ດ​ສະ​ທ​ຳ​ໂລກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມີ​ການ​ກະ​ທຳ​ເພື່ອ​ສາ​ມັນ​ຊົນ​​ຢູ່ໃນ​ໂລກ.

        ກອງ​ປະ​ຊຸມ​ຊຸດ​ຍອດ​ຄັ້ງ​ນີ້​ຖືກ​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ ແລະ ໄດ້​ຮັບ​ຄວາມ​ຫວັງ​ວ່າ​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່​ບັນ​ດາ​ປະ​ເທດ​ພ້ອມ​ກັນ​ປຶກ​ສາ​ຫາ​ລື, ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ລະ​ບົບປະ​ຕິ​ກິ​ລິ​ຍາ​ກັບບັນ​ດາ​ສະ​​ຖາ​ນະ​ການ​ຮີບ​ດ່ວນ​ໃນ​ລະ​ດັບ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ