ກອງປະຊຸມຍຸຕິທຳບັນດາແຂວງເຂດຊາຍແດນຫວຽດນາມ - ລາວຄັ້ງທີ 2

ກອງປະຊຸມຍຸຕິທຳບັນດາແຂວງເຂດຊາຍແດນຫວຽດນາມ - ລາວຄັ້ງທີ 2 - ảnh 1
ກອງ​ປະຊຸມ​ຍຸຕິ​ທຳ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຫວຽດນາມ-​ລາວ​ຄັ້ງ​ທີ 2

(vovworld) – ກອງ​ປະຊຸມ​ຍຸຕິ​ທຳ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຫວຽດນາມ -​ ລາວ​ຄັ້ງ​ທີ 2 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/7, ຢູ່​ນະຄອນຫຼວງ ວຽງ​ຈັນ, ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງທ່ານ​ລັດຖະມົນຕີ​ກະຊວງຍຸຕິທຳ ຫວຽດນາມ ຮ່າ​ຮູ່ງ​ເກື່ອງ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ລາວ ຈະ​ເລີ​ນ ​ເຢຍປາວ​ເຮີ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ບົດ​ລາຍງານ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລາວ ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ສັນຊາດ, ສຳ​ມາ​ໂນຄົວກ່ຽວ​ກັບ​ການ​​ແກ້​ໄຂ​ບັນ​ຫາ​ອົບ​ພະ​ຍົບ​ເສລີ ​ແລະ ການ​ສົມລົດ​ໂດຍ​ບໍ່​ມີໃບຢັ້ງຢືນໃນ​ເຂດ​ຊາຍ​ແດນ 2 ປະ​ເທດ, ກວດກາ​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ສັນຍາ​ໜູນ​ຊ່ວຍ​ດ້ານ​ຕຸລາການ​ກ່ຽວ​ກັບ​ພົນ​ລະ​ເຮືອນ​ລະ​ຫວ່າງ ຫວຽດນາມ ​ແລະ ລາວ ຊຶ່ງໄດ້​ເຊັນ​ປີ 1998 ​ແລະ ທິດ​ທາງ​ປະຕິບັດ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ, ບົດ​ທາ​ບທາມ​ຄວາມ​ເຫັນ​ວຽກ​ງານ​ດຳ​ເນີນ​ຄະດີ​ແພ່ງ​ລະຫວ່າງ​ບັນດາ​ທ້ອງ​ຖີ່​ນມີ​ຊາຍ​​ແດນ​ຮ່ວມ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, 2 ຝ່າຍ​ໄດ້​ເຊັນ​ບົດ​ບັດ​ທຶກ​ຊ່ວຍ​ຈຳ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຄຳ​ເຫັນ​ຊີ້​ນຳ​ຂອງ​ລັດຖະບານ​ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ບໍ່​ພຽງ​ແຕ່​ຮ່ວມ​ມື​ດ້ານ​ຕຸ​ລາ​ການ​ລະ​ຫວ່າງ​ບັນດາ​ແຂວງ​ມີ​ຊາຍ​ແດນ​ຮ່ວມ​​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ກ້ວາງ​ກັບ​ບັນດາ​ທ້ອງ​ຖີ່​ນຂອງ​ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພຸ​ນຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ​ແບບ​ພິ​ເສດ ຫວຽດນາມ - ລາວ ໃຫ້ສວຍ​ສົດ​ງົດ​ງາມ​ຕະຫຼອດກາລະນານ.

 


ຂ່າວ/ບົດ​ອື່ນ