ກອງປະຊຸມຕີລາຄາໝາກຜົນ 5 ປີຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ ເປັນເຈົ້າການ, ປະດິດຄິດສ້າງ, ມີປະສິດທິຜົນເພື່ອການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ກອງປະຊຸມຕີລາຄາໝາກຜົນ 5 ປີຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: VGP)

ວັນທີ 23 ເມສາ, ຢູ່ຫ້ອງວ່າການລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດ ດ້ວຍຫົວຂໍ້ວ່າ ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ ເປັນເຈົ້າການ, ປະດິດຄິດສ້າງ, ມີປະສິດທິຜົນເພື່ອການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ເປັນປະທານກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ນີ້ແມ່ນກອງປະຊຸມສຳຄັນພິເສດໃນສະພາບສາກົນ ແລະ ພາຍໃນປະເທດພວມມີການຜັນແປຫຼາຍຢ່າງ. ພິເສດແມ່ນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້, ສະນັ້ນ, ບັນດາສະມາຊິກຄວນຄົ້ນຄວ້າຢ່າງລະອຽດ, ແລກປ່ຽນ, ປຶກສາຫາລືຢ່າງກົງໄປກົງມາ, ລະອຽດ ເພື່ອຊອກຫາບັນດາທິດທາງ, ມາດຕະການ, ວິທີການເຮັດວຽກໃໝ່ຢ່າງມີປະສິດທິຜົນກວ່າ, ຕອບສະໜອງບັນດາຄວາມຮຽກຮ້ອງ, ໜ້າທີ່ໃນຕໍ່ໜ້າ ກໍຄືໃນໄລຍະຍາວ.

        ກໍ່ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ທົບທວນຄືນໝາກຜົນການເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນໃນໄລຍະ 5 ປີຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

ຫວຽດນາມ ໄດ້ລົງນາມ, ສິ້ນສຸດການເຈລະຈາສັນຍາການຄ້າເສລີ (FTA) ຫລາຍສະບັບກັບ (ສ.ເກົາຫຼີ, ສະຫະພັນເສດຖະກິດ ອາຊີ - ເອີຣົບ, CPTPP, EVFTA…), ສ້າງກາລະໂອກາດການຮ່ວມມືກ້ວາງໃຫຍ່ໃຫ້ແກ່ພື້ນຖານເສດຖະກິດພວມເຕີບໃຫຍ່ເຂັ້ມແຂງ. ພ້ອມກັນນັ້ນ, ຫວຽດນາມ ພວມເປີດກ້ວາງການພົວພັນ, ຍົກລະດັບການພົວພັນຄູ່ຮ່ວມມືກັບຫລາຍປະເທດ, ຈັດຕັ້ງບັນດາເຫດການລະດັບພາກພື້ນ, ທົ່ວໂລກປະສົບຜົນສຳເລັດຄື: APEC 2017, WEF-ASEAN 2018, ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 (02/2019)…ນີ້ແມ່ນບັນດາພະຍານຫຼັກຖານທີ່ສະແດງໃຫ້ເຫັນແນວທາງ ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ, ຍົກສູງບົດບາດທີ່ຕັ້ງຂອງຊາດ, ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ