ກອງປະຊຸມຖະແຫຼງຂ່າວປະຈໍາເດືອນມິຖຸນາ ກະຊວງການຕ່າງປະເທດຫວຽດນາມ

(VOVWORLD) -  “ລັດຖະບານ ຫວຽດນາມ ເດັດດ່ຽວສະກັດກັ້ນ ແລະ ຈະແກ້ໄຂບັນດາການກະທໍາທີ່ມີການສໍ້ໂກງການຄ້າ ແລະ ເອົາເຄື່ອງໝາຍການຄ້າຂອງຫວຽດນາມ ຕິດໃສ່ສິນຄ້າຕ່າງປະເທດ ແລ້ວສົ່ງອອກໄປຍັງຕະຫຼາດປະເທດອື່ນ...”
ກອງປະຊຸມຖະແຫຼງຂ່າວປະຈໍາເດືອນມິຖຸນາ ກະຊວງການຕ່າງປະເທດຫວຽດນາມ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: baoquocte.vn)

 ວັນທີ 20 ມິຖຸນາ, ຢູ່ກອງປະຊຸມຖະແຫຼງຂ່າວປະຈໍາເດືອນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄໍາຖາມຂອງນັກຂ່າວ ກ່ຽວກັບຂໍ້ມູນຂ່າວທີ່ວ່າ ໃນໄລຍະຜ່ານມາ ປະກົດມີສະພາບການຕິດເຄື່ອງໝາຍການຄ້າຂອງຫວຽດນາມ ໃສ່ສິນຄ້າຕ່າງປະເທດເພື່ອສົ່ງອອກໄປຍັງປະເທດທີ 3, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

        “ລັດຖະບານ ຫວຽດນາມ ເດັດດ່ຽວສະກັດກັ້ນ ແລະ ຈະແກ້ໄຂບັນດາການກະທໍາທີ່ມີການສໍ້ໂກງການຄ້າ ແລະ ເອົາເຄື່ອງໝາຍການຄ້າຂອງຫວຽດນາມ ຕິດໃສ່ສິນຄ້າຕ່າງປະເທດ ແລ້ວສົ່ງອອກໄປຍັງຕະຫຼາດປະເທດອື່ນ. ຄືສື່ມວນຊົນໄດ້ໃຫ້ຂ່າວ, ກົມໃຫຍ່ພາສີຫວຽດນາມ ພວມມີບັນດາບາດກ້າວເດີນຢ່າງລະອຽດ ເພື່ອສະກັດກັ້ນການກະທໍາດັ່ງກ່າວ, ປົກປ້ອງການຜະລິດພາຍໃນປະເທດ”.

        ກ່ຽວກັບເລື່ອງ ຫວ່າງມໍ່ໆມານີ້, ມີເຮືອຫາປາ, ຊາວປະມົງຫວຽດນາມ ຈໍານວນໜຶ່ງທີ່ກໍາລັງຫາປາຢູ່ເກາະ ຮວ່າງຊາ ຂອງຫວຽດນາມ  ຖືກກໍ່າປັ່ນເຈົ້າໜ້າທີ່ຈີນ ຄວບຄຸມ, ຢຶດອຸປະກອນຫາປາ, ຊັບສິນທັງໝົດນັ້ນ ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ:

        “ຫວຽດນາມ ມີພື້ນຖານດ້ານນິຕິທໍາ ແລະ ພະຍານປະຫວັດສາດຢ່າງຄົບຖ້ວນເພື່ອຢັເວຢືນອະທິປະໄຕສໍາລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.  ການກະທໍາດັ່ງກ່າວຂອງກໍ່າປັ່ນເຈົ້າໜ້າທີ່ ຈີນ ໄດ້ລະເມີດອະທິປະໄຕຫວຽດນາມ ສໍາລັບ ໝູ່ເກາະ ຮວ່າງຊາ, ລະເມີດກົດໝາຍສາກົນ,  ຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານ ຊີ້ນໍາການແກ້ໄຂສໍາລັບບັນຫາຢູ່ທະເລຫວຽດນາມ - ຈີນ, ໄດ້ນາບຂູ່ເຖິງຄວາມປອດໄພກ່ຽວກັບຊັບສິນຂອງຊາວປະມົງຫວຽດນາມ ທີ່ພວມເຄື່ອນໄຫວເປັນປົກກະຕິຢູ່ເຂດທະເລນີ້. ຫວຽດນາມ ເດັດດ່ຽວຄັດຄ້ານການກະທໍາດັ່ງກ່າວຂອງຝ່າຍ ຈີນ, ຮຽກຮ້ອງຈີນ ແກ້ໄຂບັນດາພາລະກອນ, ກໍ່າປັ່ນເຈົ້າໜ້າທີ່ຈີນ ທີ່ລະເມີດນັ້ນຢ່າງເຂັ້ມງວດ, ທົດແທນຢ່າງເໝາະສົມໃຫ້ຊາວປະມົງຫວຽດນາມ, ມີການສຶກສາອົບຮົມບັນດາພາລະກອນຂອງຝ່າຍ ຈີນ, ບໍ່ມີການດໍາເນີນຄ້າຍຄືກັນນີ້ອີກຕື່ມ”.

ຕອບກັບ

ຂ່າວ/ບົດ​ອື່ນ