ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫລວງ

ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫລວງ - ảnh 1
ທ່ານ ຫງວຽນ​ຮ່​ວາ​ບີງ, ຫົວ​ຫນ້າ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູ​ງ​ສຸດ
ພາບ:internet

(vovworld)-ກອງ​ປະ​ຊຸມ​ດັ່ງ​ກ່າວ​ໂດຍ​​ໄອ​ຍະ​ການປະ​ຊາ​ຊົນ​ສູງ​ສຸດ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 6/7 ຢູ່ ນະ​ຄອນ ໂຮ່​ຈີ​ມີນ. ບົດ​ລາຍ​ງານ​ທີ​່ກອງ​ປະ​ຊຸມ​ຂອງ​ໄອ​ຍະ​ການ​ປ​ະ​ຊາ​ຊົນ​ສ​ູງ​ສຸດ ໃຫ້​ຮູ້​ວ່າ: ສະ​ພາບ​ການ​ອາດ​ຊະ​ຍາ​ກຳ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ໄລ​ຍະ​ຜ່ານ​ມາ​ຍັງ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ເກີດ​ຂຶ້ນ​ຢູ່​ຂົງ​ເຂດ​ສ່ວນ​ຫລາຍ, ທຸກ​ຂັ້ນ, ທຸກ​ຂະ​ແຫນງ​ການ. ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ໄດ້​ຊີ້​ນຳ​ທົ່ວ​ຂະ​ແຫນງ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ສືບ​ສວນ, ສານ ຍູ້​ແຮງ​ລະ​ດັບ​ຄວາມ​ໄວ​ໃນ​ການ​ສືບ​ສວນ​ສອບ​ສວນ, ສັ່ງ​ຟ້ອງ ແລະ ພິ​ພາກ​ສາ​ບັນ​ດາ​ຄະ​ດີ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ເຂັ້ມ​ງວດ ຊ​ື່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຊົນ. ທ່ານ ຫງວຽນ​ຮ່​ວາ​ບີງ, ຫົວ​ຫນ້າ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູ​ງ​ສຸດ​ໃຫ້​ຮູ້​ວ່າ:

        “ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດບ​ັງ​ຫລວງ​ປະ​ຈຸ​ບັນ, ຂອດ​ອ່ອນ​ສຸດ​ແມ່ນ​ການ​ຄົ້ນ​ພົບ​ບັນ​ດາ​ຄະ​ດີ​ສໍ້​ລາດ​ບັງ​ຫລວງ, ການ​ສືບ​ສວນ,ສັ່ງ​ຟ້ອງ, ພິ​ພາກ​ສາ. ຜ່ານ​ການ​ພິ​ພາກ​ສາ​ບັນ​ດາ​ຄະ​ດີ​ສໍ້​ລາດ​ບັງ​ຫລວງ ໄດ້​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ເຂົ້າ​ໃນ​ຄວາ​ມ​ຕັດ​ສິນ​ໃຈ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ພັກ, ລັດ, ອ​ົກ​ງານ​ດຳ​ເນີນ​ຄະ​ດີ.”

 

ຂ່າວ/ບົດ​ອື່ນ