ກອງປະຊຸມທາບທາມຄວາມເຫັນບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຈີນ ຄັ້ງທີ 23

(VOVWORLD) -ວັນທີ 19/5/2017 ໄດ້ດຳເນີນກອງປະຊຸມທາບທາມຄວາມເຫັນບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຈີນ ຄັ້ງທີ 23 ເພື່ອແນໃສ່ສຳຫຼວດກວດກາສະພາບການຮ່ວມມືໃນທຸກຂົງເຂດກ່ຽວກັບການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການພົວພັນແລກປ່ຽນປະຊາຊົນ, ພ້ອມທັງວາງອອກທິດທາງຮ່ວມມືລະອຽດລະຫວ່າງ ອາຊຽນ - ຈີນ ໃນໄລຍະໃໝ່.

ກອງປະຊຸມທາບທາມຄວາມເຫັນບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຈີນ ຄັ້ງທີ 23 - ảnh 1 ກອງປະຊຸມທາບທາມຄວາມເຫັນບັນດາເຈົ້າໜ້າທີ່ອາວຸໂສ (SOM)

ອາຊຽນ - ຈີນ ຄັ້ງທີ 23

(ພາບ: mofa.gov.vn)

ສອງຝ່າຍເຫັນດີເປັນເອກະສັນນຳກັນວ່າ, ການຮ່ວມມືທາງດ້ານເສດຖະກິດ- ການຄ້າ ແລະ ການລົງທຶນແມ່ນພື້ນຖານການພົວພັນ; ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືສອງຝ່າຍຜ່ານການຜັນຂະຫຍາຍແຜນການດຳເນີນງານ 2016-2020 ຢ່າງມີປະສິດທິຜົນ ແລະ ປະຕິບັດສຳເລັດບັນດາລະບຽບການຍົກສູງເຂດການຄ້າເສລີ ອາຊຽນ - ຈີນ (ACFTA) ໂດຍໄວ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາຂອງການນຳຂັ້ນສູງກ່ຽວກັບຄາດໝາຍວົງເງິນການຄ້າສອງສົ້ນໃຫ້ບັນລຸໄດ້ 1.000 ຕື້ USD ແລະ ຍອດຈຳນວນເງິນລົງທຶນບັນລຸ 150 ຕື້ USD ໃນປີ 2020.

        ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຈີນ, ບັນດາປະເທດຢືນຢັນຄວນເພີ່ມທະວີການຮ່ວມສຳພັນໃນພາກພື້ນ, ໃນນັ້ນມີການກຳນົດບຸລິມາສິດລວມໃນຂໍ້ລິເລີ່ມ “ໜຶ່ງແລວທາງ - ໜຶ່ງເສັ້ນທາງ“ ຂອງຈີນ ແລະ ແຜນການສັງລວມ ແລະ ເຊື່ອມຕໍ່ ອາຊຽນ (MPAC).

        ກ່ຽວກັບບັນຫາທະເລຕາເວັນອອກ, ກອງປະຊຸມຮັບຮອງຜົນຂອງກອງປະຊຸມ SOM ອາຊຽນ - ຈີນ ກ່ຽວກັບ DOC (18/5/2017), ໃນນັ້ນມີເລື່ອງສອງຝ່າຍເຫັນດີຍື່ນສະເໜີຕໍ່ກອງປະຊຸມ ອາຊຽນ - ຈີນ (8/2017) ພິຈາລະນາ, ຮັບຮອງເອົາເນື້ອໃນຮ່າງ ຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC), ຢືນຢັນນີ້ແມ່ນບາດກ້າວທຳອິດໃຫ້ວິວັດການເຈລະຈາຕໍ່ໄປກ່ຽວກັບການສ້າງເອກະສານ COC ຢ່າງແທດຈິງ, ມີລັກສະນະບັງຄັບກ່ຽວກັບດ້ານກົດໝາຍ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ