ກອງປະຊຸມທາບທາມຄວາມເຫັນລັດຖະມົນຕີເສດຖະກິດອາຊຽນກັບອາເມລິກາແລະຈີນ

ກອງປະຊຸມທາບທາມຄວາມເຫັນລັດຖະມົນຕີເສດຖະກິດອາຊຽນກັບອາເມລິກາແລະຈີນ - ảnh 1
(ກອງປະຊຸມທາບທາມຄວາມເຫັນ
ລັດຖະມົນຕີເສດຖະກິດອາຊຽນກັບອາເມລິກາແລະຈີນ)

(vovworld) - ໂ​ດຍ​ສືບ​ຕໍ່​ບັນ​ດາ​ການ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາຊຽນ ຄັ້ງ​ທີ 48 (AEM 48) ຖືກ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ, ປະ​ເທດ​ລາວ, ໃນ​ວາ​ລະ​ປະ​ຊຸມ​ຕອນ​ບ່າຍ​ວັນ​ທີ 04/08, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ທາບ​ທາມຄວາມ​ເຫັນ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ ກ​ັບ​ອາ​ເມ​ລິ​ກາ ແລະ ຈີນ.

        ທີ່ກອງ​ປະ​ຊຸ​ມ​ທາບ​ທາມຄວາມ​ເຫັນ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ ກ​ັບ ​ອາ​ເມ​ລິ​ກາ (AEM - USTR), ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ຮູ້​ຄວາມ​ກ້າວ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ 2 ຝ່າຍ​ອາ​ຊຽນ - ອາ​ເມ​ລິ​ກາ. ຍອດ​ມູນ​ຄ່າ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ຊຽນ ແລະ ອາ​ເມ​ລິ​ກາ ບັນ​ລຸ 212,8 ຕື້ USD, ກວມ​ເອົາ 9,3% ຍອດ​ມູ​ນ​ຄ່າ​ການ​ຄ້າ​ຂອງ​ອາ​ຊຽນ ແລະ ອາ​ເມ​ລິ​ກາ​ ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ 3 ຢູ່​ອາ​ຊຽນ. ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຊົມ​ເຊີຍ​ບັນ​ດາ​ຄວາມ​ຄືບ​ໜ້າໃນ​ການ​ຈ​ັດ​ຕັ້ງ​ປະ​ຕິ​ບັດ​ກອບ​ສັນ​ຍານ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ (TIFA) ແລະ ພັດ​ທະ​ນາ​ໂຄງ​ການ​ຮ່ວມ​ມື​ເສດ​ຖະ​ກິດ (E3) ແລະ ການ​ໜູນ​ຊ່ວຍ​ຕ່າງໆ​​ກ່ຽວ​ກັບກົນ​ໄກ​ປະ​ຕູ​ດຽ​ວ​ໃນ​ຂົງ​ເຂດ​ພາ​ສີ…

        ທີ່ກອງ​ປະ​ຊຸ​ມ​ທາບ​ທາມ​ຄວາມ​ເຫັນ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ ກັ​ບ​ ຈີນ ຄັ້ງ​ທີ 15 (AEM – MOFCOM Consultations), ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ຮູ້​ຄວາມ​ກ້າວ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ 2 ຝ່າຍ​ອາ​ຊຽນ - ຈີນ. ປະ​ຈຸ​ບັ​ນ, ຈີນ ຍັງ​ຮັກ​ສາທີ່​ຕັ້ງ​ເປັນ​ນັກ​ລົງ​ທຶນ​ໃຫຍ່​ອັ​ນ​ອັບ​ໜຶ່ງ​ຢູ່​ອາ​ຊຽນ, ດ້ວຍຍອດ​ມູນ​ຄ່າ​ແລດ​ປ່ຽນ​ການ​ຄ້​າ​ບັນ​ລຸ 364,4 ຕື້ USD, ກວມ​ເອົາ 15,2% ຍອດມ​ູນ​ຄ່າ​ການ​ຄ້າ​ຂອງ​ອາ​ຊຽນ. ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ປະ​ເທດນີ້​ເຂົ້າ​ອາ​ຊຽນ ໃນ​ປີ 2015 ບັນ​ລຸ 8,2 ຕື້ USD. ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຊົມ​ເຊີຍ​ເລື່ອງອະນຸ​ສັນ​ຍາ​ທີ 3 ປັບ​ປຸງ ສຳ​ລັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ອາ​ຊຽນ - ຈີນ ໄດ້​ມີ​ຜົນ​ສັກ​ສິດ​ແຕ່​ເດືອນ 01/07/2016. ບັນ​ດາ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມ​ຫວັງ​ວ່າ, ເລື່ອງ​ປັບ​ປຸງ​ອະ​ນຸ​ສັນ​ຍາ ຈະ​ສ້າງ​ຄວາມ​ສະ​ດວກ​ຕື່​ມ​ອີກ​ໃຫ້​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ອາ​ຊຽນ ແລະ ຈີນ.

ຂ່າວ/ບົດ​ອື່ນ