ກອງ​ປະຊຸມ​ນັດ​ສາມັນ​ ປະຈຳ​ເດືອນ 8 ຂອງ ​ລັດຖະບານ


ກອງ​ປະຊຸມ​ນັດ​ສາມັນ​ ປະຈຳ​ເດືອນ 8 ຂອງ ​ລັດຖະບານ - ảnh 1
(
ພາບ: VGP/Nhật Bắc)

(vovworld) -​​ ຕອນ​ເຊົ້າ​ວັນ​ທີ 27/8, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​​ເປັນ​ປະທານກອງ​ປະຊຸມ​ນັດ​ສາມັນ​ປະຈຳ​ເດືອນ 8 ຂອງ​ລັດຖະບານເພື່ອ​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ເດືອນ 8 ​ແລະ ​ໃນ 8 ​ເດືອນ​ຜ່ານ​ມາ ພ້ອມ​ທັງ​ເອກະ​ພາບ​ບັນດາ​ມາດ​ຕະການ​ເພື່ອ​ບັນລຸ​ຈຸດໝາຍ​ການ​ເຕີບ​ໂຕ​ເສດຖະກິດ 5,8% ​ໃນ​ປີ​ນີ້.

  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຈົ່ງ​ສຸມ​ໃສ່​ສູ້​ຊົນ​ເພື່ອ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ໄດ້​ວາງ​ອອກ, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ສູນ​ງກ່ວາ​ໃນ​ປີ 2015 ​ແລະ ຊຸມ​ປີ​ຕໍ່​ໄປ. ທ່ານ​ໃສ່​ໃຈ​ວ່າ​ຕ້ອງ​ສຸມ​ໃສ່​ປຶກສາ​ຫາລື​ມາດ​ຕະການ​ເພີ່ມ​​ຄວາມ​ຕ້ອງການທັງ​ໝົດ​ຂອງ​ພື້ນຖານ​ເສດຖະກິດ, ຍູ້​ແຮງ​ການ​ປ່ອຍ​​ເງິນ​ລົງທຶນ, ຊຸກຍູ້​ການ​ຜະລິດ​ພາຍ​ໃນ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ຕ້ອງ​ປຶກສາ​ຫາລື​ການສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ສຸມ​ໃສ່​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ທະນາຄານ​ການ​ຄ້າ ​ແລະ ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່. ກ່ຽວ​ກັບການສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ເນັ້ນໜັກ​ວ່າ:

     “ການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ບໍ່ແມ່ນຫັນເປັນຫຸ້ນສ່ວນ. ການຫັນເປັນຫຸ້ນສ່ວນແມ່ນມາດຕະການຈຸດສຸມແຕ່ຕ້ອງຄຸ້ມຄອງແນວໃດ, ການອອກແຮງງານ, ສະມັດຕະພາບແນວໃດ. ລັດຖະມົນຕີແຕ່ລະທ່ານຕ້ອງລົງກວດກາຢູ່ບໍລິສັດແຕ່ລະແຫ່ງ. ຈຸດໝາຍຂອງການ ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ​ເພື່ອເພີ່ມສະມັດຕະພາບສູງກ່ວາ, ມີປະສິດທິຜົນກ່ວາ, ປະຕິບັດບົດບາດຂອງລັດວິສາຫະກິດໄດ້“./.

ຕອບກັບ

ຂ່າວ/ບົດ​ອື່ນ