ກອງປະຊຸມບັນດາການນຳເສດຖະກິດAPECຄັ້ງທີ 25 ຮັບຮອງເອົາຖະແຫລງການ ດ່ານັ້ງ

(VOVWORLD) -ຕອນບ່າຍວັນທີ 11 ພະຈິກ ຢູ່ ສູນການຂ່າວ ສາກົນ ນະຄອນ ດ່ານັ້ງ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ເປັນປະທານການປະຊຸມຂ່າວສາກົນ, ເພື່ອແຈ້ງບັນດາໝາກຜົນພົ້ນເດັ່ນຂອງກອງປະຊຸມການນຳເສດຖະກິດ APEC ຄັ້ງທີ 25 ທີ່ຫາກໍ່ອັດລົງ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເນັ້ນຫນັກວ່າ ສືບຕໍ່ບັນດາຜົນງານແຫ່ງການຮ່ວມມືຂອງ APEC ໃນຊຸມປີຜ່ານມາ, ດ້ວຍຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງຂອງບັນດາການນຳ APEC, ກອງປະຊຸມໄດ້ຮັບຮອງເອົາຖະແຫລງການ ດ່ານັ້ງ “ສ້າງກຳລັງຫນູນໃຫມ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ”. ນີ້ແມ່ນໝາກຜົນສຳຄັນທີ່ສຸດຂອງກອງປະຊຸມສຸດຍອດ APEC ກໍ່ຄືຂອງປີ APEC 2017.

ກອງປະຊຸມບັນດາການນຳເສດຖະກິດAPECຄັ້ງທີ 25 ຮັບຮອງເອົາຖະແຫລງການ ດ່ານັ້ງ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ທີ່ການປະຊຸມຂ່າວ

ຕາມນັ້ນແລ້ວ, ບັນດາການນຳ APEC ຢືນຢັນຄວາມຕັດສິນໃຈຮັກສາທ່າຮ່ວມມື ແລະ ຮ່ວມສຳພັນໃນ APEC ໃນສະພາບການຂອງໂລກ ແລະ ພາກພື້ນ ມີການປ່ຽນແປງຫລາຍຢ່າງ. APEC ເພີ່ມທະວີການຊຸກຍູ້ດ້ານການຄ້າເສລີ ແລະ ຫັນການລົງທຶນຢູ່ພາກພື້ນເປັນສະດວກ, ຍູ້ແຮງການເຕີບໂຕທີ່ມີຄຸນນະພາບ, ເອົາໃຈໃສ່ຍົກສູງກຳລັງຄວາມສາມາດຮ່ວມສຳພັນດ້ານເສດຖະກິດກັບສາກົນໃຫ້ແກ່ບັນດາປະເທດສະມາຊິກ. ເພື່ອກະກຽມໃຫ້ແກ່ APEC ກ້າວເຂົ້າສູ່ທົດສະວັດແຫ່ງການພັດທະນາທີ 4 ແລະ ປະຕິບັດບັນດາເປົ້າໝາຍ Borgo ສຳເລັດຜົນ, ບັນດາການນຳ APEC ໄດ້ເຫັນດີເປັນເອກະສັນເຖິງຄວາມຈຳເປັນເພື່ອຮັກສາການຮ່ວມມືໃຫມ່ໃຫ້ແກ່ APEC ຫລັງປີ 2020. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເນັ້ນຫນັກວ່າ:

        “ເພື່ອໃຫ້ APEC ສືບຕໍ່ແມ່ນກຳລັງຫນູນຊຸກຍູ້ການຮ່ວມສຳພັນ, ການເຊື່ອມຈອດພາກພື້ນ, ປະກອບສ່ວນເພື່ອໃຫ້ ອາຊີ -ປາຊີຟິກ ແມ່ນກຳລັງຫນູນຂອງການເຕີບໂຕ ແລະ ການຮ່ວມສຳພັນເສດຖະກິດທົ່ວໂລກ, ກອງປະຊຸມໄດ້ຢັ້ງຢືນຄືນຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍ Borgo ກ່ຽວກັບການຫັນການຄ້າເສລີ ແລະ ການລົງທຶນໃຫ້ສຳເລັດຜົນ, ຊຸກຍູ້ຫັນການລົງທຶນ, ດຳເນີນທຸລະກິດ ແລະ ການບໍລິການເປັນສະດວກ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ -ເຕັກນິກ, ສືບຕໍ່ຫນູນຊ່ວຍມຸ່ງໄປເຖິງການສ້າງເຂດການຄ້າເສລີ ອາຊີ - ປາຊີຟິກ (FTAAP). ກອງປະຊຸມກໍ່ໄດ້ຊົມເຊີຍເລື່ອງຮັບຮອງເອົາຂອບເຂດ APEC ກ່ຽວກັບການສ້າງຄວາມສະດວກໃຫ້ການຄ້າເອເລັກໂຕນິກຂ້າມຊາຍແດນ ເພື່ອສ້າງເງື່ອນໄຂໃຫ້ APEC ຂຸດຄົ້ນຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງເສດຖະກິດເຄືອຂ່າຍອິນເຕີແນັດ, ເສດຖະກິດ ດີຈີຕອນ ແລະ ບັນດາລະບົບສະຫນອງ, ລະບົບມູນຄ່າທົ່ວໂລກຢ່າງມີປະສິດທິຜົນ.”

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ບັນດາການນຳເສດຖະກິດ APEC ກໍ່ຊົມເຊີຍເລື່ອງສ້າງຕັ້ງກຸ່ມວິໄສທັດ APEC ເພື່ອແນໃສ່ໜູນຊ່ວຍບັນດາເຈົ້າໜ້າທີ່ຂັ້ນສູງ ໃນການກຳນົດທິດກ້າວເດີນ ແລະ ອະນາຄົດຂອງເວທີປາໄສຫຼັງປີ 2020. ນັ້ນແມ່ນເວທີປາໄສສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີກຳລັງຄວາມສາມາດແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ກໍ່ຄືຄວາມສາມາດຮັບມືສູງກັບໂລກພວມມີການປ່ຽນແປງຢ່າງວ່ອງໄວ. ຄຳຕັດສິນນີ້ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈຂອງບັນດາພື້ນຖານເສດຖະກິດສະມາຊິກ ມຸ່ງໄປເຖິງການສ້າງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ຕິດພັນ ແລະ ວັດທະນາຖາວອນ, ໃນນັ້ນ, ປະຊາຊົນ ແລະ ວິສາຫະກິດ ມີທີ່ຕັ້ງເປັນໃຈກາງ.

        ສຸດທ້າຍ, ທ່ານປະທານປະເທດ ຢັ້ງຢືນວ່າ: ຊຸມປີຜ່ານມາ, ປະຊາຊົນ ຫວຽດນາມ ເວົ້າລວມ, ນະຄອນ ດ່ານັ້ງ ແລະ ແຂວງ ກວາງນາມ ເວົ້າສະເພາະ, ໄດ້ຕ້ອນຮັບຜູ້ແທນ, ການນຳບັນດາກຸ່ມບໍລິສັດແຖວໜ້າພາກພື້ນ ແລະ ສາກົນ, ຜູ້ຕາງໜ້າບັນດາອົງການສາກົນເຂົ້າຮ່ວມສັບປະດາຂັ້ນສູງ APEC ກ່ວາ 10.000 ຄົນ. ໄລ່ສະເພາະຖັນແຖວນັກຂ່າວທີ່ຕາງໜ້າໃຫ້ບັນດາອົງການສື່ສານຂອງ ຫວຽດນາມ ແລະ ສາກົນພວມປະຕິບັດໜ້າທີ່ຢູ່ດ່ານັ້ງ ມີເກືອບ 3.000 ຄົນ. ການມີໜ້າຂອງເຂົາເຈົ້າເປັນຈຳນວນຫຼວງຫຼາຍ ເປັນການພິສູດຢ່າງມີຊີວິດຊີວາສຳລັບຂອບຂະໜາດຂອງ APEC ແລະ ຄວາມໝາຍສຳຄັນຂອງສັບປະດາຂັ້ນສູງ APEC 2017:

        “ຜົນງານຂອງປີ APEC ຫວຽດນາມ 2017 ກໍ່ຄືສັບປະດາຂັ້ນສູງ APEC ມີການປະກອບສ່ວນສຳຄັນຂອງແຂກທີ່ມີກຽດ ແລະ ເພື່ອນມິດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພ້ອມກັບການເຂົ້າຮ່ວມບັນດາການເຄື່ອນໄຫວ APEC, ແຂກທີ່ມີກຽດ ແລະ ເພື່ອນມິດມີໂອກາດໄດ້ຮັບຊົມຄວາມງາມຂອງປະເທດ ຫວຽດນາມ ປ່ຽນໃໝ່, ຂະຫຍັນຂັນເຄື່ອນ, ເຊື່ອມໂຍງ ແລະ ພັດທະນາ, ປະຊາຊົນສະໜິດສະໜົມ, ຮັກແພງແຂກຄົນ, ນະຄອນ ດ່ານັ້ງ ທັນສະໄໝ, ສີວິໄລ.”

        ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ປະທານກອງປະຊຸມສຸດຍອດ APEC ຄັ້ງທີ 25, ເປັນປະທານວາລະອັດກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 ແລະ ພິທີມອບໂອນບົດບາດປະທານປີ APEC 2018 ໃຫ້ແກ່ ປາປົວນີວກີເນ.

 

ຕອບກັບ

ຂ່າວ/ບົດ​ອື່ນ