ກອງປະຊຸມບັນດາລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC ຄັ້ງທີ 23 ສິ້ນສຸດລົງຢ່າງຈົບງາມ

(VOVWORLD) -ພາຍຫລັງກອງປະຊຸມບັນດາລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC ຄັ້ງທີ 23 (MRT 23) ສິ້ນສຸດລົງ ໃນວັນທີ 21 ພຶດສະພາ
ກອງປະຊຸມບັນດາລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC ຄັ້ງທີ 23 ສິ້ນສຸດລົງຢ່າງຈົບງາມ - ảnh 1ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ (ພາບ: ຫວຽດນາມ +) 

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ເປັນປະທານການປະຊຸມຂ່າວກ່ຽວກັບບັນດາໝາກຜົນເຊິ່ງກອງປະຊຸມ MRT 23 ບັນລຸໄດ້. ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໃຫ້ຮູ້ວ່າ: ກອງປະຊຸມສິ້ນສຸດລົງຢ່າງຈົບງາມ ດ້ວຍບັນດາໝາກຜົນແທດຈິງໃຫ້ແກ່ປະຊາຄົມພາກພື້ນ ອາຊີ - ປາຊີຟິກ.

        “ຫົວເລື່ອງຂອງປີ APEC 2017 ໄດ້ຢືນຢັນແມ່ນສ້າງກຳລັງໜູນໃໝ່ ເພື່ອພ້ອມກັນເພີ່ມພຸນຄຸນສ້າງອະນາຄົດລວມ ດ້ວຍຈຸດໝາຍສຸມໃສ່ເຂົ້າ 4 ກຸ່ມບຸລິມະສິດຕົ້ນຕໍແມ່ນ ຊຸກຍູ້ການເຕີບໂຕ ແລະ ມີຫົວຄິດປະດິດສ້າງ; ເພີ່ມທະວີການຮ່ວມສຳພັນເສດຖະກິດໃນພາກພື້ນ; ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະ ຂໍ້ລິເລີ່ມຂອງວິສາຫະກິດຂະໜາດນ້ອຍ ແລະ ນ້ອຍທີ່ສຸດ; ເພີ່ມທະວີການຮັບປະກັນດ້ານສະບຽງອາຫານ ແລະ ກະສິກຳໃຫ້ໝັ້ນຄົງ. ບັນດາເນື້ອໃນໃຫຍ່ ໃນກອງປະຊຸມ MRT 23 ໄດ້ຍົກອອກບັນດາມາດຕະການ ແລະ ທິດທາງລະອຽດ. ມີບັນດາກາລະໂອກາດໃຫຍ່ໃຫ້ບັນດາສະມາຊິກ APEC ດ້ວຍຂໍ້ລິເລີ່ມຫລາຍຢ່າງຂອງບັນດາພື້ນຖານເສດຖະກິດ APEC ເພື່ອສືບຕໍ່ສ້າງການເຊື່ອມຕໍ່ດ້ານໂຄງລ່າງ, ສ້າງຄວາມສະດວກທາງດ້ານການຄ້າ”

ຕອບກັບ

ຂ່າວ/ບົດ​ອື່ນ