ກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ

ກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ - ảnh 1
(ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ
​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ-ຈ​ີນ)

(vovworld) - ​​ໃນ​ຂອບ​ເຂດກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 10 (ADMM 10), ຕອນ​ບ່າຍ​ວັນ​ທີ 25/05, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ລາວ, ໄດ້​ດຳ​ເນີນກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ລັດ​ຖະ​ມົນ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ - ຈີນ ຄັ້ງ​ທີ 6. ຢູ່​ທີ່ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ ຈາງວານ​ແຈ໋ວງ ສະ​ເໜີ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຈີນ ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ລາດ​ຕາ​ເວນ​ຮ່ວມ, ຕ້ານກໍ່​ການ​ຮ້າຍ, ການ​ຊ້ອມ​ຮົບ​ຮ່ວມ​ບົນ​ທະ​ເລ… ບັນ​ດາ​ລັດ​​ຖະ​ມົນ​ຕ​ີ​​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ແລະ ຈີນ ລ້ວນ​ແຕ່​ຕີ​ລາ​ຄາ​ສ​ູງ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຖື​ວ່າ, ປະ​ຈຸ​ບັນ ພາກ​ພື້ນ​ຍັງ​​ມີ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​, ແຕ່​ວ່າ, ໄພ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຍັງ​ຊ້ອນ​ແຝງ​ຢູ່. ບັນ​ດາ​ລັດ​ຖະ​ມົນ​ຕີ​ຢືນ​ຢັນ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ພາກ​ພື້ນ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ໂດຍ​ສັ​ນ​ຕິ​ວິ​ທີ, ບໍ່​ນາບ​ຂູ່ ແລະ ບໍ່​ນຳ​ໃຊ້​ອາວ​ຸດ, ພ້ອມ​ທັງ​ດຳ​ເນີນ​ບັນ​ດາ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ແລະ ລະ​ອຽດ​ກວ່າ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ - ຈີນ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ພົນ​ເອກ ໂງ​ຊວນ​​ລິກ ໄດ້​ສະ​ໜັບ​ສະ​ໜູນ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ການ​ປະ​ກອ​ບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ ໂດຍ​ອາ​ຊຽນ ສວມບົດ​ບ​າດ​ເປັນ​ເຈົ້າ​ນຳ​ພາ​ຄື ADMM+ ແລະ ARF ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ລັດ​ຖະ​ມົນ​ຕີ​ ໂງ​ຊວນ​ລິກ ຖື​ວ່າ, ນອກ​ຈ​າກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອາ​ຊຽ​ນ ຍັງ​ຮຽ​ກ​ຮ້ອງ​ການ​ໜູນ​ຊ່ວຍ, ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ​ອາຊຽນ, ພິ​ເສດ​ແມ່ນ​ຈີນ. ທ່ານ​ລັດ​ຖະ​ມົນ​ຕີ ໂງ​ຊວນ​ລິກ ໄດ້​ຍົກ​ອອກ 2 ຂໍ​້​ສະ​ເໜີ: ທີ່ 1 ແມ່ນ​ຕ້ອງ​ຮັກ​ສາ​ບັນ​ດາ​ມາດ​ຕະ​ການ​ແລກ​ປ່ຽນ, ທາບ​ທາມ​ຄວາມ​ເຫັນ​ເພື່ອ​ແ​ບ່ງ​ປັນ​ຂໍ້​ມູນ​ຜ່ານ​ຫຼາຍ​ຮູບ​ແບບ, ທັງ 2 ຝ່າຍ ແລະ ຫຼາຍ​ຝ່າຍ, ຕັ້ງ​ໜ້າ​ຄົ້ນ​ຄວ້າ​ການ​ສ້າງ​ໂທ​ລະ​ສັບ​ສາຍ​ດ່ວນລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ. ທີ່ 2 ແມ່ນ, ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນພູມີ​ປະ​ເທດ​​ຕົວ​ຈິງ​, ພິ​ເສດ​ແມ່ນ​ຢູ່​ທະ​ເລ, ໃນ​ນັ້ນ​ສະ​ເໜີ​ກ່ຽວ​ກັບ​ການ​ເປີ​ດກວ້າງ​ຂອບ​ເຂດ​ນຳ​ໃຊ້ປະ​ມວນ​ຂໍ້​ກຳ​ນົດ​​ຫຼິກ​ເວັ້ນ​ບັນ​ດາ​​ການ​ກະ​ທຳຜິດ​ໂດຍບັງ​ເ​ອີ້ນ​ຢູ່ທະ​ເລ (CUES) ໃຫ້​ກ່ຳ​ປັ່ນລັດ​ຖະ​ການ​ຂອງ​ອາ​ຊຽນ ແລະ ຈີນ ກໍ​ຄື​ສ້າງ​ປະ​ມວນ​ຂໍ້​ກ​ຳ​ນົດ​ທີ່​ຄ້າຍ​ຄື​ກັນ​ໃຫ້​ເຮືອ​ບິນ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ໜ້າ​ສົນ​ໃຈ​ທີ່​ສຸດ; ຖ້າ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ, ສິ່ງ​ດັ່ງ​ກ່າວ​ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຫຼຸດ​ຜ່ອນ​ໄພ​ທີ່​ພາ​ໄປ​ເຖິງ​ການ​ຄິດ​ໄລ່​ຢ່າງ​ຜິດ​ພາດ.

ຂ່າວ/ບົດ​ອື່ນ