ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີຄັ້ງທີ 12

(VOVWORLD) -ວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Stephen Moore, ຫົວໜ້າກົມນະໂຍບາຍສາກົນ, ສັງກັດກະຊວງປ້ອງກັນປະເທດອົດສະຕາລີ, ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອົດສະຕາລີ ຄັ້ງທີ 12.

ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີຄັ້ງທີ 12 - ảnh 1 ພົນໂທ ຫງວຽນຈິວິ້ງ ຕ້ອນຮັບທ່ານ Stephen Moore, ຫົວໜ້າກົມນະໂຍບາຍສາກົນ, ສັງກັດກະຊວງປ້ອງກັນປະເທດອົດສະຕາລີ

(ພາບ: qdnd.vn)

ທີ່ກອງປະຊຸມຄັ້ງນີ້, 2 ຝ່າຍຈະປຶກສາຫາລືຫຼາຍເນື້ອໃນເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດ 2 ຝ່າຍລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດ ກໍ່ຄືສືບຕໍ່ເສີມຂະຫຍາຍປະສິດທິຜົນບັນດາກົນໄກປຶກສາຫາລື, ເຈລະຈາຢູ່ຫຼາຍຂັ້ນຄືໃນປະຈຸບັນ.

        ທີ່ການຕ້ອນຮັບ, ພົນໂທ ຫງວຽນຈິວິ້ງ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ, ອົດສະຕາລີ ແມ່ນຄູ່ຮ່ວມມືສຳຄັນພິເສດໃນການໜູນຊ່ວຍສູນຝຶກຊ້ອມຮັກສາສັນຕິພາບຫວຽດນາມ ໃຫ້ກາຍເປັນຮາກຖານບຳລຸງສ້າງທີ່ມີອິດທິພົນຊື່ສຽງ, ມີກຳລັງຄວາມສາມາດໃນພາກພື້ນ.

        ສ່ວນທ່ານ Stephen Moore, ຫົວໜ້າກົມນະໂຍບາຍສາກົນ ເນັ້ນໜັກວ່າ, ຍາມໃດອົດສະຕາລີ ກໍຄືເປັນສຳຄັນ ແລະ ມານະພະຍາຍາມພ້ອມກັບຫວຽດນາມ ຊອກຫາຂົງເຂດເຊິ່ງທັງ 2 ປະເທດມີທ່າແຮງ ແລະ ຄວາມຕ້ອງການ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ