ກອງປະຊຸມປະຈຳການສະພາປະຊາຊົນບັນດາແຂວງ, ນະຄອນ ທິດຕາເວັນອອກຂອງພາກໃຕ້

(VOVWORLD) -ໃນຕອນເຊົ້າວັນທີ 15 ທັນວາ, ຢູ່ນະຄອນ ໂຮ່ຈີ໋ມີນ, ໄດ້ດຳເນີນກອງປະຊຸມປະຈຳການສະພາປະຊາຊົນບັນດາແຂວງ, ນະຄອນ ທິດຕາເວັນອອກຂອງພາກໃຕ້ ຄັ້ງທີ 2, ອາຍຸການ 2016 – 2021. ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມປະຈຳການສະພາປະຊາຊົນບັນດາແຂວງ, ນະຄອນ ທິດຕາເວັນອອກຂອງພາກໃຕ້ - ảnh 1 ກອງປະຊຸມປະຈຳການສະພາປະຊາຊົນບັນດາແຂວງ, ນະຄອນ ທິດຕາເວັນອອກຂອງພາກໃຕ້

(ພາບ: hcmcpv.org.vn)

ກອງປະຊຸມ ມີຫົວຂໍ້ “ປະສົບການ ແລະ ມາດຕະການຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນຂັ້ນແຂວງໃນການປະຕິບັດພາລະບົດບາດຕົກລົງບັນດາບັນຫາສຳຄັນຢູ່ທ້ອງຖິ່ນ”.

        ທີ່ກອງປະຊຸມນີ້, ບັນດາຜູ້ແທນຊີ້ແຈ້ງສະພາບພຶດຕິກຳຕົວຈິງ, ບັນດາປະສົບການທີ່ດີເພື່ອໃຫ້ທ້ອງຖິ່ນຕ່າງໆທາບທາມ, ຖອດຖອນບົດຮຽນໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາປະຊາຊົນຕາມກຳນົດຂອງກົດໝາຍໃໝ່; ປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງ ສະພາປະຊາຊົນໃນພາກພື້ນເວົ້າລວມ ແລະ ທົ່ວປະເທດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ