ກອງປະຊຸມປະຈຳປີຄັ້ງທີ 27 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ

(VOVWORLD) - 2 ຝ່າຍເຫັນດີເປັນເອກະສັນສົມທົບກັນຜັນຂະຫຍາຍການປະຕິບັດວຽກງານຄຸ້ມຄອງຊາຍແດນຕາມເອກະສານນິຕິກຳຊາຍແດນໃໝ່ 2 ສະບັບ; ບັນດາເນື້ອໃນ, ໂຄງການຮ່ວມມືລະຫວ່າງ 2 ຝ່າຍກ່ຽວຂ້ອງເຖິງຊາຍແດນ
ກອງປະຊຸມປະຈຳປີຄັ້ງທີ 27 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ - ảnh 1ກອງປະຊຸມປະຈຳປີຄັ້ງທີ 27 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ -ລາວ 

ວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 27 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ -ລາວ. ຄະນະຜູ້ແທນຊາຍແດນ ຫວຽດນາມ ໂດຍທ່ານ ເລຮ່ວາຍຈູງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ, ເປັນຫົວໜ້າຄະນະ. ຄະນະຜູ້ແທນລາວ ນຳໂດຍທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ສຳຫຼວດກວດຄືນ, ຕີລາຄາສະພາບການຮ່ວມມື ກ່ຽວກັບຊາຍແດນ, ວຽກງານສົມທົບກັນປະຕິບັດບັນດາສັນຍາ, ຂໍ້ຕົກລົງ 2 ຝ່າຍ ກ່ຽວກັບຊາຍແດນຜືນແຜ່ນດິນ ລະຫວ່າງ 2 ປະເທດໃນປີຜ່ານມາ.

        ໃນຂອບເຂດກອງປະຊຸມປະຈຳປີຄັ້ງນີ້, 2 ຝ່າຍຈັດຕັ້ງກອງປະຊຸມຫົວເລື່ອງສະເພາະລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ - ລາວ ເພື່ອແລກປ່ຽນ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນລັດຖະບານ ກ່ຽວກັບການແກ້ໄຂບັນຫາຊາວອົບພະຍົບເສລີ ແລະ ການສົມລົດບໍ່ໄດ້ຈົດທະບຽນໃນເຂດຊາຍແດນ ຫວຽດນາມ  -ລາວ ຢູ່ທ້ອງຖິ່ນ. 2 ຝ່າຍເຫັນດີເປັນເອກະສັນສົມທົບກັນຜັນຂະຫຍາຍການປະຕິບັດວຽກງານຄຸ້ມຄອງຊາຍແດນຕາມເອກະສານນິຕິກຳຊາຍແດນໃໝ່ 2 ສະບັບ; ບັນດາເນື້ອໃນ, ໂຄງການຮ່ວມມືລະຫວ່າງ 2 ຝ່າຍກ່ຽວຂ້ອງເຖິງຊາຍແດນ; ສຳເລັດການສ້າງແຜນຜັງພັດທະນາລະບົບດ່ານຊາຍແດນຢູ່ຊາຍແດນ ຫວຽດນາມ  - ລາວ ຮອດປີ 2025, ວິໄສທັດຮອດປີ 2035; ຈັດຕັ້ງປະຕິບັດມີປະສິດທິຜົນຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາຊາວອົບພະຍົບເສລີ ແລະ ການສົມລົດບໍ່ໄດ້ຈົດທະບຽນ ໃນເຂດຊາຍແດນລະຫວ່າງ 2 ປະເທດ ຖືກຕາມແຜນການໄດ້ວາງອອກຢ່າງມີປະສິດທິຜົນ.

        ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມປະຈຳປີ ຄັ້ງທີ 27 ແລະ ເປັນເອກະພາບກອງປະຊຸມປະຈຳປີຄັ້ງຕໍ່ໄປຈະຈັດຕັ້ງຢູ່ລາວ ໃນໄຕມາດທີ 4 ຂອງປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ