ກອງປະຊຸມຜັນຂະຫຍາຍວຽກງານສະມາຄົມນັກຂ່າວຫວຽດນາມປີ 2019

(VOVWORLD) -ວັນທີ 19 ເມສາ, ຢູ່ນະຄອນເກິນເທີ, ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍວຽກງານປີ 2019.

ກອງປະຊຸມຜັນຂະຫຍາຍວຽກງານສະມາຄົມນັກຂ່າວຫວຽດນາມປີ 2019 - ảnh 1ກອງປະຊຸມຜັນຂະຫຍາຍວຽກງານສະມາຄົມນັກຂ່າວຫວຽດນາມປີ 2019

(ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີນ ໄດ້ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງວົງການສື່ມວນຊົນ ແລະ ສະມາຄົມນັກຂ່າວຫວຽດນາມ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປົກປ້ອງຜົນປະໂຫຍດແຫ່ງຊາດ, ປົກປັກຮັກສາສິດ, ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ແລະ ຊຸກຍູ້ເສດຖະກິດ - ສັງຄົມ.

        ກ່ຽວກັບທິດທາງ ແລະ ໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີນ, ຊີ້ແຈ້ງວ່າ.

        “ຂ້າພະເຈົ້າປາດຖະໜາວ່າ, ສື່ມວນຊົນຈະສືບຕໍ່ສ່ອງແສງວຽກງານຂົນຂວາຍ, ການເຕົ້າໂຮມ, ປັບປຸງການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງເລິກເຊິ່ງ, ກວ້າງຂວາງກວ່າ; ສະໜອງຂໍ້ມູນຂ່າວສານຢ່າງທັນການກ່ຽວກັບສະພາບການຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນປະຊາຊົນຢູ່ເຂດຫ່າງໄກຊອກຫຼີກ, ເຂດຊາຍແດນ, ເຂດທະເລ ໝູ່ເກາະ, ເຂດຖືກຜົນເສຍຫາຍຍ້ອນໄພທຳມະຊາດ; ຮ່ວມເດີນທາງພ້ອມກັບແນວໂຮມປະເທດຊາດຫວຽດນາມ ປະຕິບັດ, ເສີມຂະຫຍາຍປະຊາທິປະໄຕ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຖືກຕາມກົດໝາຍຂອງປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ