ກອງປະຊຸມຜັນຂະຫຍາຍວຽກງານໃນ6ເດືອນທ້າຍປີ2017ຂອງກະຊວງວັດທະນະທຳ,ກິລາແລະທ່ອງທ່ຽວ

(VOVWORLD) -ວັນທີ 24 ກໍລະກົດ, ທີ່ກອງປະຊຸມຜັນຂະຫຍາຍວຽກງານໃນ 6 ເດືອນທ້າຍປີ 2017 ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

ກອງປະຊຸມຜັນຂະຫຍາຍວຽກງານໃນ6ເດືອນທ້າຍປີ2017ຂອງກະຊວງວັດທະນະທຳ,ກິລາແລະທ່ອງທ່ຽວ - ảnh 1 ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກທ້ຽນ

(ພາບ: toquoc.vn)

ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກທ້ຽນ ສະເໜີວ່າ, ນັບແຕ່ນີ້ຮອດທ້າຍປີ, ກົມໃຫຍ່ທ່ອງທ່ຽວ ຕ້ອງຮັກສາລະດັບເຕີບໂຕໃນແຕ່ລະເດືອນແມ່ນ 30% ຂຶ້ນໄປ ເພື່ອສາມາດບັນລຸໄດ້ຄາດໝາຍຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ 13 ລ້ານເທື່ອຄົນໃນປີ 2017. ທີ່ກອງປະຊຸມ, ຜູ້ຕາງໜ້າກົມໃຫຍ່ທ່ອງທ່ຽວໃຫ້ຮູ້ວ່າ, ໃນ 6 ເດືອນຕົ້ນປີ, ນັກທ່ອງທ່ຽວສານກົນມາຫວຽດນາມ ໄດ້ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ຕໍ່ຈາກນັ້ນ, ເດືອນ ກໍລະກົດ, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຕື່ມອີກ 1 ລ້ານກວ່າເທື່ອຄົນ. ທ່ານລັດຖະມົນຕີ ຫງວຽນຫງອກທ້ຽນ, ເນັ້ນໜັກວ່າ.

        “ຂະແໜງທ່ອງທ່ຽວແມ່ນຂະແໜງເສດຖະກິດສຳຄັນ, ພວມສູ້ຊົນໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ປະຈຸບັນລະດັບເຕີບໂຕຂອງຂະແໜງທ່ອງທ່ຽວພວມສູງຢູ່. ໃນໄລຍະ 7 ເດືອນຕົ້ນປີ, ພວກເຮົາລ້ວນແຕ່ບັນລຸລະດັບເຕີບໂຕສູງກວ່າ 30%. ປະຈຸບັນ, ພວກເຮົາຕ້ອງຕິດຕາມໃນແຕ່ລະເດືອນ ແລະ ໃນແຕ່ລະເດືອນຕ້ອງເພີ່ມຂຶ້ນກວ່າ 30% ຈຶ່ງປະຕິບັດສຳເລັດໜ້າທີ່ໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ