ກອງປະຊຸມພັດທະນາການທ່ອງທ່ຽວຢູ່ເຂດພາກກາງແລະເຂດໄຕງວຽນ

(VOVWORLD) -ຕອນເຊົ້າວັນທີ 16 ກຸມພາ, ຢູ່ນະຄອນເຫ້ວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມພັດທະນາການທ່ອງທ່ຽວຢູ່ເຂດພາກກາງ ແລະ ເຂດໄຕງວຽນ.
ກອງປະຊຸມພັດທະນາການທ່ອງທ່ຽວຢູ່ເຂດພາກກາງແລະເຂດໄຕງວຽນ - ảnh 1 (ກອງປະຊຸມພັດທະນາການທ່ອງທ່ຽວຢູ່ເຂດພາກກາງ ແລະ ເຂດໄຕງວຽນ)

ກອງປະຊຸມໂດຍສະພາເຂດເສດຖະກິດຈຸດສຸມທາງພາກກາງ, ບາງກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບກັນຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເຊິ່ງແມ່ນການນຳທີ່ມາຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາແຂກຖືກເຊີນສາກົນ, ບັນດາວິສາຫະກິດດຳເນີນທຸລະກິດໃນຂົງເຂດທ່ອງທ່ຽວ ປະມານ 500 ທ່ານ.

        ທີ່ກອງປະຊຸມ, ຜູ້ແທນໄດ້ຍົກອອກບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວທາງພາກກາງ, ໃນນັ້ນວຽກງານທຳອິດແມ່ນຊຸກຍູ້ການຮ່ວມສຳພັນພັດທະນາທ່ອງທ່ຽວເຂດ ຕິດພັນກັບບາງກົນໄກປະສານງານຂັ້ນເຂດ ຢ່າງມີປະສິດທິຜົນ. ທ່ານຮອງສາດສະດາຈານ, ປະລິຍາເອກ ຟ້າມຈູງເລືອງ, ອະດີດຫົວໜ້າສະຖາບັນຄົ້ນຄວ້າການທ່ອງທ່ຽວ, ຖືວ່າ ຄວນສ້າງໂຄງປະກອບຜະລິດຕະພັນທ່ອງທ່ຽວຂອງເຂດພາກພາກກາງ - ໄຕງວຽນ ຄືນໃໝ່.

        “ພວກເຮົາຄວນສຸມໃສ່ພັດທະນາລະບົບຜະລິດຕະພັນທ່ອງທ່ຽວຂອງພາກກາງ, ຫາກບໍ່ແມ່ນແຍກອອກແຕ່ລະທ້ອງຖິ່ນ. ລະບົບດັ່ງກ່າວລວມມີບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ, ແຕ່ຍັງໃຫ້ບຸລິມະສິດເຂດພັກຜ່ອນບຳລຸງສຸຂະພາບທະເລ, ໝູ່ເກາະ, ໃນນັ້ນເອົາໃຈໃສ່ເຖິງຜະລິດຕະພັນທີ່ມີຄຸນນະພາບສູງ”.

        ບັນດາຜູ້ແທນກໍ່ຖືວ່າ, ຄວນພິຈາລະນາການຍົກເວັ້ນວີຊາ ແລະ ອອກວີຊາເອເລັກໂຕນິກຢ່າງໄວ, ຍ້ອນປະຈຸບັນ, ຫວຽດນາມ ພຽງຍົກເວັ້ນວີຊາໃຫ້ພົນລະເມືອງຂອງ 24 ປະເທດເທົ່ານັ້ນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຖືວ່າ, ເຂດພາກກາງ - ໄຕງວຽນ ມີເງື່ອນໄຂພຽງພໍເພື່ອພັດທະນາບັນດາກຸ່ມຂະແໜງພັດທະນາຂະແໜງທ່ອງທ່ຽວ, ບັນຫາວາງອອກນັ້ນແມ່ນ ຕ້ອງພັດທະນາບັນດາກຸ່ມຂະແໜງທ່ອງທ່ຽວໃຫ້ຄົບຊຸດ ເພື່ອພັດທະນາຂະແໜງທ່ອງທ່ຽວຂອງເຂດແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ, ເຂດພາງກາງ - ໄຕງວຽນ ຕ້ອງຖືກຸ່ມຂະແໜງທ່ອງທ່ຽວເປັນໃຈກາງ ຫາກບໍ່ແມ່ນຖືແຫຼ່ງຊັບພະຍາກອນແມ່ນໃຈກາງເພື່ອພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ