ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາຄູ່ຮ່ວມມື

(VOVWORLD) - ຕອນບ່າຍວັນທີ 03 ສິງຫາ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ສືບຕໍ່ປະຊຸມກັບບັນດາປະເທດຄູ່ຮ່ວມມືລວມມີ
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາຄູ່ຮ່ວມມື - ảnh 1ບັນດາການນຳເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ນ້ຳຂອງ - ສ.ເກົາຫຼີ ພາບ: YONHAP/TTXVN 

ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ, ການາດາ, ອົດສະຕາລີ, ອາເມລິກາ ແລະ ຜູ້ຕາງໜ້າຂັ້ນສູງຮັບຜິດຊອບການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫະພາບ ເອີຣົບ (ອີຢູ). ທີ່ບັນດາກອງປະຊຸມດັ່ງກ່າວ, ບັນດາຄູ່ຮ່ວມມືຢືນຢັນຖືເປັນສຳຄັນການພົວພັນກັບ ອາຊຽນ, ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສໂດຍ ອາຊຽນ ເປັນປະທານ.

        ສຳລັບ ສ.ເກົາຫຼີ: ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບ ສືບຕໍ່ມານະພະຍາຍາມຫັນການຄ້າ, ການລົງທຶນເປັນສະດວກ, ເຊື່ອມຕໍ່ບັນດາວິສາຫະກິດ ແລະ ພາກເອກະຊົນ 2 ຝ່າຍ.

        ສຳລັບ ການາດາ: ບັນດາປະເທດ ອາຊຽນ ເຫັນດີເປັນເອກະພາບກ່ຽວກັບການຕ້ານກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ, ອາດຊະຍາກຳຂ້າມຊາດ, ການຄ້າ - ການລົງທຶນ, ເຊື່ອມຕໍ່, ວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່, ຫົວຄິດປະດິດສ້າງ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ ແລະ ການທ່ອງທ່ຽວ.

        ສຳລັບ ອີຢູ: 2 ຝ່າຍເນັ້ນໜັກເຖິງຄຳໝັ້ນສັນຍາຂອງບັນດາຝ່າຍ ແນໃສ່ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍສາກົນ ອີງໃສ່ກົດໝາຍ; ສົ່ງເສີມ 2 ຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄືການຄ້າ, ໃນນັ້ນ ອາດຈະເຊື່ອມຕໍໍ່ການເຈລະຈາກ່ຽວກັບສັນຍາການຄ້າເສລີ ອາຊຽນ - ອີຢູ ຄືນໃໝ່, ການຂົນສົ່ງທາງການບິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ