ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18

(VOVWORLD) - ໃນບັນດາການເຄື່ອນໄຫວຂອງເວທີປາໄສທ່ອງທ່ຽວ ອາຊຽນ (ATF) 2019, ຕອນເຊົ້າວັນທີ 18 ມັງກອນ, ທີ່ນະຄອນ ຮ້າລອງ, ແຂວງ ກວາງນິງ, 

ທ່ານ ຫງວຽນງອັກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18.

ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18 (ພາບ: VGP)

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງການຮ່ວມມືທ່ອງທ່ຽວລະຫວ່າງບັນດາປະເທດ ອາຊຽນ ກັບ 3 ຄູ່ຮ່ວມມືແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ຫວັງວ່າ: ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 ຄັ້ງທີ 18 ຈະແມ່ນເວທີປາໄສແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການແລກປ່ຽນແຂກທ່ອງທ່ຽວລະຫວ່າງ 2 ຝ່າຍ ກໍ່ຄືເພີ່ມທະວີການຮ່ວມມືໃນບັນດາຂົງເຂດຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນ, ຍົກສູງການພົວພັນຮ່ວມມືທ່ອງທ່ຽວລະຫວ່າງ ອາຊຽນ ກັບ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ ແລະ ປັບປຸງການພົວພັນມິດຕະພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງ ອາຊຽນ ກໍ່ຄື 3 ປະເທດພາກພື້ນໃນອາຊີຕາເວັນອອກສ່ຽງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ