ກອງ​ປະ​ຊ​ຸມ​ລັດ​ຖະ​ມົ​ນ​ຕີເສດ​ຖະ​ກິດ ອ​າ​ຊຽນ ​ພິ​ເສດ​ກ່ຽວ​ກັບ RCEP

(VOVWORLD) - ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຕັ້ງໃນລະຫວ່າງວັນທີ 21 -23 ມິຖຸນາ ຢູ່ ບາງກອກ, ໄທ.
ກອງ​ປະ​ຊ​ຸມ​ລັດ​ຖະ​ມົ​ນ​ຕີເສດ​ຖະ​ກິດ ອ​າ​ຊຽນ ​ພິ​ເສດ​ກ່ຽວ​ກັບ RCEP - ảnh 1ພາບປະກອບ

ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນພິເສດ ກ່ຽວກັບ ການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໄດ້ດຳເນີນໃນຕອນເຊົ້າວັນທີ 22 ມິຖຸນາ ເພື່ອແນໃສ່ຕີລາຄາຄວາມຄືບໜ້າ ແລະ ປຶກສາຫາລືກຳນົດທິດເພື່ອປະຕິບັດເປົ້າໝາຍສິ້ນສຸດການເຈລະຈາໃນປີນີ້ຢ່າງສຳເລັດຜົນຕາມການຊີ້ນຳທີ່ໄດ້ວາງອອກຂອງບັນດາການນຳຂັ້ນສູງຢູ່ ກອງປະຊຸມຂັ້ນສູງ RCEP ໃນທ້າຍປີ 2018. ທ່ານ ເລກກ໊ວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ຫວຽດນາມ ແລະ ບັນດາປະເທດ ອາຊຽນໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງບັນດາຝ່າຍໃນເລື່ອງຊຸກຍູ້ໃຫ້ບັນລຸໄດ້ໝາກຜົນເຈລະຈາໃນບັນດາຂົງເຂດສຳຄັນຄື ສິນຄ້າ, ການບໍລິການ, ການລົງທຶນ… ບັນດາລັດຖະມົນຕີ ໄດ້ມີບັນດາການຊີ້ນຳກ່ຽວກັບທິດທາງການເຈລະຈາໃນໄລຍະຈະມາເຖິງ, ພ້ອມທັງມອບໃຫ້ບັນດາຄະນະເຈລະຈາ ສືບຕໍ່ມານະພະຍາຍາມ, ເພີ່ມທະວີການປຶກສາຫາລືໃນບັນດາວາລະເຈລະຈາຈະມາເຖິງເພື່ອແນໃສ່ມຸ່ງໄປສູ່ເປົ້າໝາຍສິ້ນສຸດການເຈລະຈາໃນ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ