ກອງປະຊຸມລະດູບານໃໝ່ IMF – WB

(VOVWORLD) - ວັນທີ 12 ເມສາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກກອງປະຊຸມລະດູບານໃໝ່ IMF – WB ເຊິ່ງດຳເນີນແຕ່ວັນທີ 12 – 14 ເມສາ ຢູ່ນະຄອນຫລວງ ວໍຊີງຕັນ, ປະເທດ ອາເມລິກາ.
ກອງປະຊຸມລະດູບານໃໝ່ IMF – WB - ảnh 1 (ພາບປະກອບ)

 ທ່ານລັດຖະມົນຕີກະຊວງການເງິນ ຝຣັ່ງ Bruno Le Maire ໄດ້ກ່າວເຕືອນບັນດາຄວາມບໍ່ລົງລອຍກັນນັບມື້ນັບເພີ່ມຂຶ້ນກ່ຽວກັບນະໂຍບາຍເສດຖະກິດລະຫວ່າງບັນດາປະເທດສະມາຊິກຂຶ້ນກັບພາກພື້ນໃຊ້ສະກຸນເງິນຕາລວມ ເອີຣົບ (Eurozone) ທີ່ມີຄວາມສ່ຽງກໍ່ຜົນຮ້າຍຕໍ່ສະກຸນເງິນ euro ໃນອະນາຄົດ. ທ່ານນັ້ນໜັກວ່າ ບັນດາຄວາມແຕກຕ່າງກ່ຽວກັບນະໂຍບາຍເສດຖະກິດນັບມື້ນັບເພີ່ມຂຶ້ນລະຫວ່າງບັນດາປະເທດສະມາຊິກ ແມ່ນສິ່ງທີ່ເປັນໜ້າວິຕົກກັງວົນທີ່ສຸດໃນໄລຍະຍາວ ແລະ ອາດຈະນຳຜົນຮ້າຍມາໃຫ້ສະກຸນເງິນ euro ທີ່ບໍ່ສາມາດຄົງຕົວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ