ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ສຸມໃສ່ໄລຍະ ສຸດທ້າຍແມ່ນປະຕິບັດ AEC

ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ສຸມໃສ່ໄລຍະ ສຸດທ້າຍແມ່ນປະຕິບັດ AEC - ảnh 1
ກອງ​ປະຊຸມ​ວົງ​ແຄບລັດຖະມົນຕີ​ເສດຖະກິດ ອາ​ຊຽນ
(ພາບ: TTXVN)


(vovworld) – ​ກອງ​ປະຊຸມ​ວົງ​ແຄບລັດຖະມົນຕີ​​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 21 (AEM Retreat 21) ພວມ​ດຳ​ເນີນ​ທີ່​ນະຄອນ ​Kota Bahru, ລັດ Kelantan ປະ​ເທດ ມາ​ເລ​ເຊຍ. ກ​ອງປະຊຸມ​ໄດ້​ດຶງ​ດູດຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ ອາ​ຊຽນ ​ແລະ ຄະນະ​ເລຂາ ອາ​ຊຽນ ​ກ່ວາ 200 ຄົນ. ຄະນະຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫວູຮຸຍ​ຮ່ວາງ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ ​ໄດ້​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC), ສຸມ​ໃສ່​ປຶກສາ​ຫາລື​​ເລື່ອງ​ຮັບປະກັນວ່າ ​ບັນດາ​ມາດ​ຕະການ​ເຊື່ອມ​​ໂຍງ​​ເສດຖະກິດຕົ້ນຕໍ​​ໃນ​ແຜນການ AEC ​ໄດ້​ຮັບ​ການ​ປະຕິບັດ​ຫຼາຍພໍ​ສົມຄວນ, ສືບ​ຕໍ່​ປຶກສາ​ຫາລື​ບັນດາ​ມາດຕະການ​​ຫັນ​ການ​ຄ້າ​ປອດ​ພາສີເປັນສະດວກສ້າງ​ເງື່ອນ​ໄຂ​​ໃຫ້ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະກິດ, ພ້ອມ​ທັງ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເຊື່ອມ​ໂຍງ​ ຢ່າງ​ແທດ​ຈິງ​ໃຫ້ AEC, ກໍ່​ຄື​ການ​ເປີດ​ກ້ວາງ ​ແລະ ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະຫຼາດ​ພາກ​ພື້ນ ອາ​ຊຽນ ພາຍຫຼັງ​ປີ 2015.

        ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ ຢືນຢັນ​ດ້ວຍ​ຄວາມ​ຕັດສິນ​ໃຈ ຈະ​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​ໃນ​ທ້າຍ​ປີ 2015, ຜ່ານ​ນັ້ນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ອາ​ຊຽນ ​ແລະ ບັນດາຄູ່​ຮ່ວມ​ມື​ຄື ອິນ​ເດຍ, ສ.​ເກົາຫຼີ, ຍີ່ປຸ່ນ, ນິວຊີ​ແລນ, ອົດສ​ຕາ​ລີ ​ແລະ ຈີນ. ບັນດາ​ລັດຖະມົນຕີ ກໍ່​ພິຈາລະນາ ​ແລະ ​ແນະນຳ ກ່ຽວ​ກັບ​ການ​ຮຽບຮຽງ​ວິ​ໄສ​ທັດ​ເສດຖະກິດ ອາ​ຊຽນ ພາຍຫຼັງ​ປີ 2015 ​ແລະ ​ແຜນການ​ເຄື່ອນ​ໄຫວ​ຍຸດ​ທະ​ສາດ, ​ຫວັງ​ວ່າ ອາ​ຊຽນ ຈະ​ວາງ​ອອກ​ແຜນການ​ໃໝ່ ​ແລະ ຕັດສິນ​ຊີ້​ຂາດ​ໃນ​ທ້າຍ​ປີ 2015 ​ເພື່ອ​ກຳ​ນົດທິດ​ໃຫ້ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ໃນ​ທົດ​ສະວັດ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ