ກອງປະຊຸມວຽກງານຕຸລາການບັນດາແຂວງມີເສັ້ນຊາຍແດນຮ່ວມຫວຽດນາມ-ລາວຄັ້ງທີ3

ກອງປະຊຸມວຽກງານຕຸລາການບັນດາແຂວງມີເສັ້ນຊາຍແດນຮ່ວມຫວຽດນາມ-ລາວຄັ້ງທີ3 - ảnh 1
ກອງ​ປະຊຸມ​ວຽກ​ງານ​ຕຸລາການບັນດາ​ແຂວງ​ມີ​ເສັ້ນ​ຊາຍ
​ແດນຮ່ວມລະຫວ່າງ ຫວຽດນາມ - ລາວ ​ເປີດ​ກ້ວາງ​ຄັ້ງ​ທີ 3
(ພາບອິນເຕີແນັດ)

(vovworld) - ວັນ​ທີ 27/09, ກະຊວງຍຸຕິ​ທຳ ຫວຽດນາມ ​ແລ​ະ ກະຊວງ​ຍຸຕິ​ທຳ ລາວ ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ວຽກ​ງານ​ຕຸລາການບັນດາ​ແຂວງ​ມີ​ເສັ້ນ​ຊາຍ​ແດນຮ່ວມລະຫວ່າງ ຫວຽດນາມ - ລາວ ​ເປີດ​ກ້ວາງ​ຄັ້ງ​ທີ 3. ກອງ​ປະຊຸມ​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ບັນດາ​ອົງການຕຸ​ລາ​ການ ​ແລະ ປະຕິບັດ​ຄຳ​ຕັດສິນຂອງ​ສານ​ສຳລັບ​ຄະດີແພ່ງ​ຢູ່​ທ້ອງ​ຖິ່ນ ​ແລະ ບັນດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມລະຫວ່າງ ຫວຽດນາມ - ລາວ ປຶກສາ​ຫາລື, ສະ​ເໜີ​ແນະ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຕຸລາການ ​ແລະ ປະຕິບັດ​ຄຳ​ຕັດສິນຂອງ​ສານສຳລັບ​ຄະດີແພ່ງ​ 2 ປະ​ເທດ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ຍຸຕິ​ທຳ 2 ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແນ້​ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ຊີ້​ນຳ​ບັນດາ​ອົງການ​ຕຸລາການ​ຂັ້ນ​ທ້ອງ​ຖິ່ນ ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ລາວ ຢ່າງ​ມີ​ປະສິດທິ​ຜົນ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາອົບ​ພະຍົບຢ່າງ​ເສລີ ​ແລະ ການ​ສົມລົດ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ຊາຍ​ແດນ​ເຊິ່ງລົງ​ນາມ​ໃນ​ວັນ​ທີ 08/07/2013.

        ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 3 ສະບັບ​ລວມມີ: ບົດ​ບັນທຶກ​ຂໍ້​ຕົກລົງ​ລະຫວ່າງ 2 ກະຊວງ​ຍຸຕິ​ທຳ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ໂຄງການ​ໜູນ​ຊ່ວຍ​ສະ​ຖາ​ບັນ​ຍຸຕິ​ທຳ ລາວ; ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ຍຸຕິ​ທຳ​ປີ 2017 ​ແລະ ຂໍ້​ຕົກລົງຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ​ກົດໝາຍ​ ຮ່າ​ໂນ້ຍ ​ແລະ ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ລາວ.

 

ຂ່າວ/ບົດ​ອື່ນ