ກອງປະຊຸມສຸດຍອດ G7 ໄຂຂຶ້ນດ້ວຍຄວາມເປັນຫ່ວງຫລາຍຢ່າງ

(VOVWORLD) - ທ່ານ Donald Trump ຍາມໃດກໍ່ຖືເບົາ G7 ແລະ ໃນກອງປະຊຸມສຸດຍອດ G7 2018 ຢູ່ປະເທດ ການາດາ, ທ່ານປະທານາທິບໍດີ ອາເມລິກາ ກໍ່ໄດ້ປະຕິເສດການເຊັນຖະແຫຼງການຮ່ວມ, ພ້ອມທັງ ຕຳໜິຕິຕຽນປະເທດເຈົ້າພາບ ການາດາ.
ກອງປະຊຸມສຸດຍອດ G7 ໄຂຂຶ້ນດ້ວຍຄວາມເປັນຫ່ວງຫລາຍຢ່າງ - ảnh 1 ຕຳຫລວດໄດ້ຮັບການຜັນຂະຫຍາຍເພື່ອປ້ອງກັນໃຫ້ແກ່ກອງປະຊຸມສຸດຍອດ G7

ກອງປະຊຸມສຸດຍອດ G7 2019 ໄດ້ໄຂຂຶ້ນໃນວັນທີ 24 ສິງຫາ ຢູ່ນະຄອນ Biarritz ທາງພາກໃຕ້ປະເທດ ຝຣັ່ງ. ກອງປະຊຸມສຸດຍອດ G7 ປີນີ້ ດຳເນີນໃນລະຫວ່າງວັນທີ 24 – 26 ສິງຫາ ແລະ ສິ້ນສຸດລົງດ້ວຍການຖະແຫຼງຂ່າວຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໃນຕອນບ່າຍວັນທີ 26 ສິງຫາ. ປະຈຸບັນ, ຫາງສຽງສາກົນພວມມີຄວາມວິຕົກກັງວົນວ່າ ກອງປະຊຸມສຸດຍອດ G7 ຄັ້ງນີ້ ອາດຈະປະລາໄຊຍ້ອນການຂັດແຍ້ງຢ່າງໃຫຍ່ຫລວງລະຫວ່າງບັນດາປະເທດສະມາຊິກ G7 ກ່ຽວກັບຫລາຍຫົວຂໍ້ສຳຄັນຄືບັນຫາ Brexit ແລະ ທ່າທີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກັບ G7, ຍ້ອນວ່າ ນັບແຕ່ເມື່ອຂຶ້ນກຳອຳນາດເປັນປະທານາທິບໍດີ ອາເມລິກາ, ທ່ານ Donald Trump ຍາມໃດກໍ່ຖືເບົາ G7 ແລະ ໃນກອງປະຊຸມສຸດຍອດ G7 2018 ຢູ່ປະເທດ ການາດາ, ທ່ານປະທານາທິບໍດີ ອາເມລິກາ ກໍ່ໄດ້ປະຕິເສດການເຊັນຖະແຫຼງການຮ່ວມ, ພ້ອມທັງ ຕຳໜິຕິຕຽນປະເທດເຈົ້າພາບ ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ