ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31: ຢັ້ງຢືນການເຕີບໂຕກ່ຽວກັບກຳລັງຄວາມສາມາດເຊື່ອມໂຍງ ແລະ ທີ່ຕັ້ງຂອງຫວຽດນາມ

(VOVWORLD) -  ນີ້ແມ່ນການຢັ້ງຢືນຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢູ້ງ, ຫົວໜ້າ SOM ASEAN ຫວຽດນາມ, ໃນການຕອບສຳພາດຕໍ່ສື່ມວນຊົນໃນວັນທີ 15 ພະຈິກ ກ່ຽວກັບໝາຜົນຂອງກອງປະຊຸມ.
 
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31: ຢັ້ງຢືນການເຕີບໂຕກ່ຽວກັບກຳລັງຄວາມສາມາດເຊື່ອມໂຍງ ແລະ ທີ່ຕັ້ງຂອງຫວຽດນາມ - ảnh 1 ທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ 

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄດ້ຈັດຕັ້ງເປັນເວລາ 3 ວັນແຕ່ວັນທີ 12 – 14 ພະຈິກ, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ, ດ້ວຍບັນດາການປຶກສາຫາລືຢ່າງຟົດຟື້ນ ແລະ ມີໝາກຜົນຢ່າງແທດຈິງ, ສ້າງຂີດໝາຍອັນດີງາມ, ໄດ້ປິດລົງດ້ວຍຜົນສຳເລັດອັນດີງາມຂອງປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ນີ້ແມ່ນການຢັ້ງຢືນຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢູ້ງ, ຫົວໜ້າ SOM ASEAN ຫວຽດນາມ, ໃນການຕອບສຳພາດຕໍ່ສື່ມວນຊົນໃນວັນທີ 15 ພະຈິກ ກ່ຽວກັບໝາຜົນຂອງກອງປະຊຸມ.

         ຕາມທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ແລ້ວ, ບັນດາຈຸດພົ້ນເດັ່ນເປັນໜ້າສົນໃຈທີ່ສຸດແມ່ນກອງປະຊຸມໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ຄວາມມານະພະຍາຍາມບັນລຸໄດ້ທັດສະນະລວມຂອງບັນດາປະເທດ ອາຊຽນ ກໍ່ຄືສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງໃຫ້ບັນດາປະເທດຄູ່ຮ່ວມມືຕໍ່ການພັດທະນາຂອງປະຊາຄົມ ອາຊຽນ, ບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນ.

        ເມື່ອເຕື້ອງເຖິງການເຂົ້າຮ່ວມ ແລະ ການປະກອບສ່ວນຂອງ ຫວຽດນາມ ທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢູ້ງ ຖືວ່າ ເມື່ອສັງລວມແລ້ວ, ບັນດາການປະກອບສ່ວນຂອງ ຫວຽດນາມ ຢູ່ບັນດາກອງປະຊຸມດ້ວຍຖານະເປັນສະມາຊິກເປັນເຈົ້າການ, ຕັ້ງໜ້າ, ໄດ້ສະແດງໃຫ້ເຫັນກ່ຽວກັບການເຕີບໃຫຍ່ດ້ານກຳລັງຄວາມສາມາດເຊື່ອມໂຍງກໍ່ຄືທີ່ຕັ້ງບົດບາດສຳຄັນຂອງ ຫວຽດນາມ ໃນພາກພື້ນ.   

        ຍິ່ງກ່ວານັ້ນ, ບັນດາກອງປະຊຸມ ອາຊຽນ ຄັ້ງນີ້ ໄດ້ດຳເນີນພາຍຫຼັງສັບປະດາຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ຫວຽດນາມ, ການເຂົ້າຮ່ວມ ແລະ ການປະກອບສ່ວນຂອງຄະນະ ຫວຽດນາມ ທີ່ບັນດາກອງປະຊຸມໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ເປັນເຈົ້າການ, ຕັ້ງໜ້າໃນຖານະເປັນເຈົ້າພາບເທົ່ານັ້ນ ຫາກບໍ່ວ່າໃນຖານະໃດໆ, ໃນເວທີປາໄສໃດໆ, ຫວຽດນາມ ລ້ວນແຕ່ມີນ້ຳໃຈຄວາມຮັບຜິດຊອບ ແລະ ປະກອບສ່ວນກໍ່ສ້າງເພື່ອຜົນສຳເລັດລວມ. ບັນດາໝາກຜົນເຂົ້າຮ່ວມຂອງ ຫວຽດນາມ ທີ່ບັນດາກອງປະຊຸມຂັ້ນສູງ ອາຊຽນ, ສືບຕໍ່ໃສ່ຜົນສຳເລັດຂອງ APEC ຫວຽດນາມ 2017, ໄດ້ປະກອບສ່ວນປັບປຸງສະພາບການກ່ຽວກັບການທູດຫຼາຍຝ່າຍ ຫວຽດນາມປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ