ກອງປະຊຸມສຸດຍອດທຸລະກິດທົ່ວໂລກຈັດຂຶ້ນຢູ່ອິນເດຍ

(VOVWORLD) -ວັນທີ 18 ມັງກອນ, ກອງປະຊຸມສຸດຍອດທຸລະກິດທົ່ວໂລກປີ 2019 (VGGS 2019 ) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ນະຄອນ Ahmedabad ລັດ Gujarat ປະເທດ ອິນເດຍ. 

ເຂົ້າຮ່ວມກອງປະຊຸມມີກວ່າ 70.000 ຄົນ, ໃນນັ້ນຜູ້ແທນຕ່າງປະເທດກວ່າ 2.100 ຄົນ, ປະມຸກລັດ ແລະ ການນຳລັດຖະບານ 5 ທ່ານ ພ້ອມກັບຜູ້ຕາງຫນ້າທຸຕານຸທູດເປັນຈຳນວນຫລວງຫລາຍ.

ກອງປະຊຸມສຸດຍອດທຸລະກິດທົ່ວໂລກ ຖືກຈັດຂຶ້ນ 2 ປີເທື່ອຫນຶ່ງ ເລີ່ມຕົ້ນແຕ່ປີ 2003 ເພື່ອຍົກອອກບັນດາຂໍ້ລິເລີ່ມ ພັດທະນາເສດຖະກິດຂອງດິນເດຍ. ນີ້ແມ່ນເຫດການເຊື່ອມຕໍ່ບັນດານັກລົງທຶນທົ່ວໂລກກັບອິນເດຍ ດຶງດູດຜູ້ປີຊາສາມາດໃນທົ່ວໂລກ ເພື່ອຍົກອອກບັນດາແນວຄວາມຄິດ, ປະຕິບັດການປ່ຽນແປງໃຫມ່ ແລະ ປຶກສາຫາລືບັນດານະໂຍບາຍພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ