ກອງປະຊຸມສຸດຍອດອາຊຽນ: ເພີ່ມທະວີຄວາມສາມັກຄີ ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ

(VOVWORLD) - ທ່ານຮອງນາຍົກລົດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ບັນດາປະເທດ ອາຊຽນ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ຍຶດໝັ້ນບັນດາຫຼັກການ...
ກອງປະຊຸມສຸດຍອດອາຊຽນ: ເພີ່ມທະວີຄວາມສາມັກຄີ ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ - ảnh 1 ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

ວັນທີ 13 ພະຈິກ, ທີ່ສິງກະໂປ, ໃນຂອບເຂດການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ 33 ແລະ ກອງປະຊຸມສຸດຍອດລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ສະພາປະຊາຄົມການເມືອງ ຄວາມໝັ້ນຄົງ ອາຊຽນ (APSC) ແລະ ສະພາປະສານງານ ອາຊຽນ (ACC) ໄດ້ໂຮມປະຊຸມເພື່ອກວດກາຄືນສະພາບການຮ່ວມມືຂອງ ອາຊຽນ, ສຳເລັດບັນດາບົດລາຍງານ, ເອກະສານສະເໜີຕໍ່ບັນດາການນຳຂັ້ນສູງ.

ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງນາຍົກລົດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ບັນດາປະເທດ ອາຊຽນ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ຍຶດໝັ້ນບັນດາຫຼັກການ, ວິທີການດັ້ງເດີມພ້ອມທັງມີໄຫວພິບ ແລະ ປະດິດຄິດສ້າງໃນການແກ້ໄຂບັນດາສິ່ງທ້າທາຍທີ່ວາງອອກ. ທາງດ້ານການເມືອງ - ຄວາມໝັ້ນຄົງ ທ່ານຮອງນາຍົກລົດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ວາງໜ້າທີ່ຈຸມສຸມເຂົ້າໃສ່ເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບຂອງພາກພື້ນ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ. ສ່ວນບັນດາບັນຫາສາກົນ ທ່ານຮອງນາຍົກລົດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ ອາຊຽນ ຄວນຍຶດໝັ້ນບັນດາຫຼັກການທີ່ໄດ້ຕົກລົງກັນ, ຮ່ວມກັນມານະພະຍາຍາມຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ເຄົາລົບປະຕິບັດກົດໝາຍສາກົນ, ປອດການທະຫານ, ບໍ່ມີການກະທຳສ້າງຄວາມສັບສົນຕໍ່ສະພາບການ, ໃຫ້ຄຳໝັ້ນສັນຍາວ່າຈະແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.

ໃນວັນດຽວກັນ ຄື 13 ພະຈິກ, ຢູ່ນອກກອງປະຊຸມສຸດຍອດ ອາຊຽນ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ ສິງກະໂປ, ທ່ານຮອງນາຍົກລົດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ, ກໍ່ໄດ້ມີການພົບປະກັບທ່ານ ທ່ານຮອງນາຍົກລົດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ Park Sokkonn.

ຕອບກັບ

ຂ່າວ/ບົດ​ອື່ນ