ກອງປະຊຸມສະຫຼຸບວຽກງານປ້ອງກັນການເລືອກຕັ້ງສະພາແຫ່ງຊາດຂອງຕຳຫຼວດຮ່າໂນ້ຍ

ກອງປະຊຸມສະຫຼຸບວຽກງານປ້ອງກັນການເລືອກຕັ້ງສະພາແຫ່ງຊາດຂອງຕຳຫຼວດຮ່າໂນ້ຍ - ảnh 1
ທ່ານ ດິງເທ໋ຮິງທີ່ກອງປະຊຸມ
(ພາບ: ອານນິງຖູໂດ)

(vovworld)- ໃນ​ຕອນ​ເຊົ້າ​ວັນ​ທີ 21/6, ຕຳຫຼວດ​ຮ່າ​ໂນ້ຍ ຈັດ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານປ້ອງ​ກັນ​ການ​ເລືອກ​ຕັ້ງ​ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​​ທຸກ​ຂັ້ນ ອາ​ຍຸ​ການ 2016-2020. ເພື່ອປະ​ຕິ​ບັດ​​ວຽກງານປ້ອງ​ກັນ​ການ​ເລືອກ​ຕັ້ງ, ຕຳຫຼວດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໄດ້​ຜັນ​ຂະ​ຫຍາຍ​ ກຳ​ລັງ​​, ພາ​ຫະ​ນະ, ມາດ​ຕະ​ການ ຢ່າງຄົບ​ຊຸດ, ເປີດ​ບັ້ນ​​ໂຈມ​ຕີປາບ​ປາມອາ​ສະ​ຍາ​ກຳ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ບໍ​ລິ​ເວນ. ຕຳຫຼວດ​ຮ່າ​ໂນ້ຍ ກໍ່​ສົມ​ທົບ​ກັນຢ່າງ​ແໜ້ນ​ແຟ້ນ​ກັບ​ກຳ​ລັງ​ກວດ​ກາ​ຄົມ​ມະ​ນາ​ຄົມ, ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ, ​ກຳ​ລັງປ້ອງ​ກັນ​ເຂດ​ຊຸມ​ຊົນ... ຮັບ​ປະ​ກັນ​​ ຄວາມ​ສະ​ຫງົບ, ປອດ​ໄພ ສະ​ຖານ​ທີ່ປ່ອນ​ບັດ​ນັບ​ໝື່ນ​ແຫ່ງ​ ຢ່າງ​ເດັດ​ຂາດ. ກ່າວ​ຄວາມ​ເຫັນ​ທີ່ກອງ​ປ​ະ​ຊຸມ, ທ່ານ ດິງ​ເທ໋​ຮິງ , ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ເຊື່ອ​ໝັ້ນວ່າ: ​ກຳ​ລັງ​ຕຳຫຼວດ​ນະ​ຄອນຫຼວງ ຈະ​ສືບ​ຕໍ່​ສະ​ມັກ​ຄີ​ເປັນ​ເອ​ກະ​ພາບ, ຜ່ານ​ຜ່າ​​ຄວາມ​ຫຍຸ້ງ​ຍາກ, ​ການທົດ​ສອບ, ​ປະ​ຕິ​ບັດສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້ດີ​ທີ່​ສຸດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ່12 ຂອງ​ພັກ ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ພັກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ຄັ້ງ​ທີ່ 16 ທີ່​ໄດ້​ວາງ​ອອກ ຢ່າງ​ມີ​ໄຊ.


ຂ່າວ/ບົດ​ອື່ນ