ກອງປະຊຸມສະຫລຸບຜົນການບໍລິຫານນະໂຍບາຍເງິນຕາ ແລະ ການເຄື່ອນໄຫວທະນາຄານ 2018, ກຳນົດທິດທາງໜ້າທີ່ 2019

(VOVWORLD) - ຕອນເຊົ້າວັນທີ 09 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບຜົນການບໍລິຫານນະໂຍບາຍເງິນຕາ ແລະ ການເຄື່ອນໄຫວທະນາຄານປີ 2018, ກຳນົດທິດທາງໜ້າທີ່ 2019.
ກອງປະຊຸມສະຫລຸບຜົນການບໍລິຫານນະໂຍບາຍເງິນຕາ ແລະ ການເຄື່ອນໄຫວທະນາຄານ 2018, ກຳນົດທິດທາງໜ້າທີ່ 2019 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມຍັງມີທ່ານຜູ້ວ່າການທະນາຄານແຫ່ງລັດ ລາວ ສອນໄຊ ສິດພະໄຊ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        ໜ້າທີ່ການເມືອງກວມລວມ, ລຸລ່ວງເຊິ່ງໃນການສະຫລຸບຂອງສູນກາງພັກ ຫຼື ໃນມະຕິຂອງສະພາແຫ່ງຊາດ ແລະ ມະຕິ 01 ຂອງລັດຖະບານ, ນັ້ນແມ່ນການບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ລະມັດລະວັງ, ມີປະສິດທິຜົນ; ເພີ່ມທະວີຄວາມສາມາດຮັບມື, ຈຳກັດຜົນກະທົບທາງລົບຈາກພາຍນອກ, ສົມທົບກັບນະໂຍບາຍປີການເງິນ ແລະ ນະໂຍບາຍມະຫາພາກອື່ນຢ່າງກົມກຽວ; ຢຶດໝັ້ນເປົ້າໝາຍສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ.

        ທ່ານນາຍົກລັດຖະມົນຕີກໍ່ຊີ້ນຳຂະແໜງທະນາຄານໃນປີ 2019 ວ່າ ຕ້ອງຄວບຄຸມສິນເຊື່ອໃຫ້ມີການເຕີບໂຕຢ່າງເໝາະສົມ; ສືບຕໍ່ຍູ້ແຮງການສ້າງໂຄງປະກອບລະບົບສິນເຊື່ອຕິດພັນກັບການແກ້ໄຂໜີ້ເສຍຄືນໃໝ່; ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ; ຍູ້ແຮງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ