ກອງປະຊຸມສະຫະສະມາຄົມທະນາຍຄວາມບັນດາປະເທດອາຊຽນຄັ້ງທີ38


ກອງປະຊຸມສະຫະສະມາຄົມທະນາຍຄວາມບັນດາປະເທດອາຊຽນຄັ້ງທີ38 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:internet

(vovworld)-​ ກອງ​ປະ​ຊຸມ​ສະ​ພາ​ບໍ​ລິ​ຫານ​ຂອງ​​ສະ​ຫະສະ​ມາ​ຄົມ​ທະ​ນາຍ​ຄວາມ​ບັນ​ດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 38 ໂດຍ​ສະ​ມາ​ຄົມ​ທະ​ນາຍ​ຄວາມ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ ໃນ​ວັນ​ທີ 2/ 4  ຢູ່ ນະ​ຄອນ​ໂຮ່​ຈິ​ມີນ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ດ​ຣ ຫງວຽນ​ວັນ​ກ່​ວຽນ, ປະ​ທານ​ສະ​ມາ​ຄົມ​ນັກ​ທະ​ນາຍ​ຄວາມ​ຫວຽດ​ນາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ສະ​ຫະ​ສະ​ມາ​ຄົມ​ທະ​ນາຍ​ຄວາມ​ບັນ​ດາ​ປະ​ເທດ ອາ​ຊຽນ ຂອງ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ວ່າ: ກອງ​ປະ​ຊຸມ​ດຳ​ເນີນ​ໄປ​ໃນ​ສະ​ພາບ​ປະ​ຊາ​ຄົມ ອາ​ຊຽນ ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າ​ຍ​ປີ 2015. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ສະ​ພາ​ບໍ​ລິ​ຫານ​ສຸມ​ໃສ່​ພິ​ຈາ​ລະ​ນາ​ເລື່ອງ​ປ່ຽນ​ໃຫມ່​ຮູບ​ການ​ຂອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່, ມຸ່ງ​ໄປ​ເຖິງ​ຈຸດ​ປະ​ສົງ​ນຳ ສະ​ຫະ​ສະ​ມາ​ຄົມ​ທະ​ນາຍ​ຄວາມ​ບັນ​ດາ​ປະ​ເທດ​ອາ​ຊຽນ ກາຍ​ເປັນ​ອົງ​ການ​ຄົ້ນ​ຄ້​ວາ, ສະ​ເຫນີ​ນະ​ໂຍ​ບາຍ, ມຸ່ງ​ໄປ​ເຖິ​ງ​ລະ​ບົບ​ກົດ​ໝາຍ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ, ປະ​ກອບ​ສ່ວນ​ສ້າງ​ອາຊຽນ ໝັ້ນ​ຄົງ, ວັດ​ທະ​ນາ​ຖາ​ວອນ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ.

ທີ່ກອງ​ປະ​ຊ​ຸມ, ບັນ​ດາ​ຜູ້​ແທນ​ຂອງ​ສະ​ມາ​ຄົມ​ທະ​ນາຍ​ຄວາມ 10 ປະ​ເທດ ອາ​ຊຽນ ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ສະ​ພາບ​ແວດ​ລ້ອມ​ດ້ານ​ກົດ​ໝາຍ​ຢ່າງ​ສະ​ດ​ວກ​ໃຫ້​ແກ່​ປະ​ຊາ​ຄົມ ອາ​ຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ