ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວຊຸດທີ 8 ປຶກສາຫາລືຫຼາຍບັນຫາສຳຄັນ

(VOVWORLD) -ວັນທີ 5 ມິຖຸນາ, ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດລາວຊຸດທີ  8 ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ.

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວຊຸດທີ 8 ປຶກສາຫາລືຫຼາຍບັນຫາສຳຄັນ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດລາວຊຸດທີ  8

(ພາບ: Pham Kien/TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ຈະສະຫງວນເວລາກວ່າເຄິ່ງໜຶ່ງ ເພື່ອປຶກສາຫາລືຮັບຮອງເອົາວຽກງານກໍ່ສ້າງ ແລະ ປັບປຸງ ປະມວນກົດໝາຍ 13 ສະບັບ, ໃນນັ້ນ ມີ 2 ສະບັບກ່ຽວຂ້ອງເຖິງຂົງເຂດຍຸຕິທຳ, ຂົງເຂດເສດຖະກິດ - ສັງຄົມມີ 08 ສະບັບ, ບັນດາອົງການຈັດຕັ້ງມະຫາຊົນ 03 ສະບັບ, ກົດໝາຍວ່າດ້ວຍການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກົດໝາຍວ່າດ້ວຍແນວລາວສ້າງຊາດ. ກອງປະຊຸມ ກໍຈະຮັບຟັງບັນດາບົດລາຍງານ, ການປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ 06 ເດືອນຕົ້ນປີ 2018 ແລະ ທິດທາງວຽກງານຈຸດສຸມຂອງ 06 ເດືອນທ້າຍປີ 2018…

        ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດລາວຊຸດທີ 8 ຈະດຳເນີນຮອດວັນທີ 28 ມິຖຸນາ ຈຶ່ງອັດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ