ກອງ​ປະ​ຊ​ຸມ​ສະ​ໄໝ​ສ​າ​ມັນ​ເທື່ອທີ 7 - ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XIV: ຜັນ​ຂະ​ຫຍາຍ “ສະ​ພາ​ແຫ່ງ​ຊາດເອ​ເລັກ​ໂຕ​ນິກ” ຄັ້ງ ທຳ​ອິດ​

(VOVWORLD) - ຕອນທ້າຍກອງປະຊຸມ, ຫ້ອງວ່າການສະພາແຫ່ງຊາດຈະມີການຕີລາຄາກ່ຽວກັບປະສິດທິຜົນຂອງການນຳໃຊ້ຊອບແວນີ້ເພື່ອປັບປຸງໃຫ້ມີວິທະຍາສາດ, ເໝາະສົມ ແລະ ມີປະໂຫຍດຫຼ່າຍກ່ວາອີກ.

ກອງ​ປະ​ຊ​ຸມ​ສະ​ໄໝ​ສ​າ​ມັນ​ເທື່ອທີ 7 - ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XIV: ຜັນ​ຂະ​ຫຍາຍ “ສະ​ພາ​ແຫ່ງ​ຊາດເອ​ເລັກ​ໂຕ​ນິກ” ຄັ້ງ ທຳ​ອິດ​ - ảnh 1ບັນດາສະມາຊິກສະພາແຫ່ງຊາດເບີ່ງເອກະສານດ້ວຍໄອປາດ (ພາບ: quochoi.vn) 

        ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ XIV, ຫ້ອງວ່າການສະພາແຫ່ງຊາດໄດ້ຜັນຂະຫຍາຍເລື່ອງນຳໃຊ້ຊອບແວ ໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດຄັ້ງ ທຳອິດ. ຕາມທ່ານຫງວຽນແມງຮູ່ງ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດແລ້ວ, ບັນດາສະມາຊິກສະພາແຫ່ງຊາດອາດຈະນຳໃຊ້ບັນດາເອກະສານ, ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມ, ຕາຕະລາງການເຮັດວຽກ, ທີ່ນັ່ງ…ໃນໄອປາດ, ໂທລະສັບມືຖືຂອງຕົນ.  ທ່ານຫງວຽນແມງຮູ່ງໃຫ້ຮູ້ວ່າ:

        “ນີ້ແມ່ນໜຶ່ງໃນບັນດາໝາກຜົນຂອງເລື່ອງຜັນຂະຫຍາຍໂຄງການສ້າງຕັ້ງສະພາແຫ່ງຊາດ ເອເລັກໂຕນິກ ໃນອາຍຸການນີ້ຂອງສະພາແຫ່ງຊາດ. ສິ່ງນີ້ຈະປະກອບສ່ວນເຂົ້າການສົ່ງຂໍ້ມູນຂ່າວສານເຖິງບັນດາສະມາຊິກສະພາແຫ່ງຊາດຢ່າງໄວທີ່ສຸດ, ຫຼຸດຜ່ອນການນຳໃຊ້ບັນດາເອກະສານດ້ວຍເຈ້ຍໃນການເຄື່ອນໄຫວຂອງສະພາແຫ່ງຊາດ.”

        ຕອນທ້າຍກອງປະຊຸມ, ຫ້ອງວ່າການສະພາແຫ່ງຊາດຈະມີການຕີລາຄາກ່ຽວກັບປະສິດທິຜົນຂອງການນຳໃຊ້ຊອບແວນີ້ເພື່ອປັບປຸງໃຫ້ມີວິທະຍາສາດ, ເໝາະສົມ ແລະ ມີປະໂຫຍດຫຼ່າຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ