ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 20 ພຶດສະພາ

(VOVWORLD) -ຕອນບ່າຍວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດໄດ້ຈັດການຖະແຫຼງຂ່າວກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ເຊິ່ງຈະໄຂຂຶ້ນໃນວັນທີ 20 ພຶດສະພາ ຈະມາເຖິງ.
ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 20 ພຶດສະພາ - ảnh 1 (ການຖະແຫຼງຂ່າວກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14)

ຕາມລາຍການ, ຄາດວ່າ ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະເຮັດວຽກເປັນເວລາ 20 ວັນ ແລະ ຈະຈັດພິທີອັດກອງປະຊຸມໃນວັນທີ 14 ມິຖຸນາ 2019.

        ທ່ານເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວຽນ ແຮ້ງຝຸກ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ ເພື່ອຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ປະກອບຄຳເຫັນໃສ່ມະຕິ 2 ສະບັບ ແລະ ຮ່າງກົດໝາຍອື່ນ 9 ສະບັບ. ນອກນັ້ນ, ສະພາແຫ່ງຊາດກໍ່ຈະສະຫວຽນເວລາໃຫ້ແກ່ການພິຈາລະນາ, ຕົກລົງບັນດາບັນຫາເສດຖະກິດ, ສັງຄົມ, ງົບປະມານແຫ່ງລັດ, ການຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນໆ. ໃນນັ້ນສະຫງວນເວລາ 2 ມື້ເຄິ່ງ ເພື່ອຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ