ກອງປະຊຸມສະໄໝສາມັນເທື່ອທີ2,ສະພາແຫ່ງຊາດຫວຽດນາມຊຸດທີ14ສືບຕໍ່ເຮັດວຽກ

ກອງປະຊຸມສະໄໝສາມັນເທື່ອທີ2,ສະພາແຫ່ງຊາດຫວຽດນາມຊຸດທີ14ສືບຕໍ່ເຮັດວຽກ - ảnh 1
(vovworld) - ​​​ ຕອນ​ບ່າຍ​ວັນ​ທີ 27/10, ສະ​ພາ​ແຫ່ງ​ຊາດສືບ​ຕໍ່​​ປຶກ​ສາ​ຫາ​ລືຢູ່​ໜ່ວຍ​ກ່​ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ນິ​ຕິ​ກຳ (ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍຄວາມ​ຮັບ​ຜິດ​ຊອບຊົ​ດເຊີຍ​ຂອງ​ລັດ (ສະ​ປັບ​ປັງ​ປ​ຸງ). ປຶກ​ສາ​ຫາ​ລື​ກ່ຽວ​ກັບຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​​ຄວາມ​ຮັບ​ຜິດ​ຊອບ​ຊົດ​ເຊີຍ​ຂອງ​ລັດ (ສະ​ບັບ​ປັບ​ປຸງ) ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າ, ລັດ​ຖະ​ບານ​ຕ້ອງ​ຕີ​ລາ​ຢ່າງ​ລະ​ອຽດ​ກວ່າ​ກ່ຽວ​ກັບ​ສະ​ພາບ​ການ​ແກ້​ໄຂ​ການ​ຊົ​ດ​ເຊ​ີຍ​ຂອງ​ລັດ ກໍ່​ຄື​​ຄວາມຮັບ​ຜິດ​ຊອບ​ຂອງ​ລັດ​ໃນ​ການ​ຊົດ​ເຊີຍ​ໃຫ້​ສ່ວນ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ຖືກ​ເສຍ​ຫາຍ, ​ຊັ່ງ​ຊາ​ບັນ​ດາ​ຂໍ້​ກຳ​ນົດ​ນີ້ຂອງ​ຮ່າ​ງ​ກົ​ດ​ໝາຍ​ເພື່ອ​ຮັບ​ປະ​ກັນ​​ຄວາມ​ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນູນ ແລະ ​ຄວາມເປັນ​ເອ​ກະ​ພາບ​ກັບ​ກົດ​ໝາຍ​ສະ​ບັບ​ຕ່າງໆ​ທີ່​ກ່ຽວ​ຂ​້ອງ. ກ່ຽວ​ກັບ​ຫຼັກ​ການ​ຊົ​ດ​ເຊີຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​​ໃຫ້ຮັກ​ສາ​ບັນ​ດາ​ຂໍ້​ກຳ​ນົດ​​ທີ່ພວມ​ປະ​ກາດ​ໃຊ້​ໃນ​ປະ​ຈຸ​ບັນ​ກ່ຽວ​ກັບ​ສິດຮຽກ​ຮ້ອງ​ການ​ຊົດ​ເຊີຍ ແລະ ຫຼັກ​ການ​ແກ້​ໄຂ​ກາ​ນ​ຊົ​ດ​ເຊ​ີຍ. ພ້ອມ​ທັງ​, ຄົ້ນ​ຄວ້​າ, ເພີ່ມ​ເຕີມ​ຂໍ້​ກຳ​ນົດ ສ່ວນ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​​ທີ່ຖືກ​ເສຍ​ຫາຍ ເມື່ອ​ໄດ້​ມີ​ເອ​ກະ​ສານ​ເປັນ​​ບ່ອນ​ອີງ​ໃນ​ການ​ຮຽກ​ຮ້ອງ​ການ​ຊົດ​ເຊີຍ​ທີ່ມີ​ສິດຄັດ​ເລືອກ ຫຼື ​ດຳ​ເນີນ​ການຮ້ອງ​ຟ້ອງ​, ຮ​ຽ​ກ​ຮ້ອງ​ການຊົດ​ເຊີຍ​ຢູ່​ສານ ຫຼື ແກ້​ໄຂ​ຕາມ​ຂັ້ນ​ຕອນ, ລະ​ບຽບ​ການ​ທີ່​ໄດ້​ກຳ​ນົດ​ໃນ​ກົດ​ໝາຍນີ້. ຕອນ​ບ່າຍ​ວັນ​ດຽວ​ກັນ​, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສືບ​ຕໍ່​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​​ຄວາມ​ຮັບ​ຜິ​ດ​ຊອບ​ໃນ​ການ​ຊົ​ດເຊີຍ​ຂອງ​ລັດ ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ນິ​ຕິ​ກຳ (ສະ​ບັບ​ປັບ​ປຸງ)
ຂ່າວ/ບົດ​ອື່ນ