ກອງປະຊຸມສຳມະນາ “APEC ກ່ຽວກັບການບຳລຸງສ້າງທັກສະປ່ຽນແປງໃໝ່ປະດິດຄິດສ້າງເພື່ອອະນາຄົດການເຮັດວຽກກວມລວມໃນສັງກາດດີຈີຕອນ”

(VOVWORLD) - ກອງປະຊຸມສຳມະນາ “APEC ກ່ຽວກັບການບຳລຸງສ້າງທັກສະປ່ຽນແປງໃໝ່ປະດິດຄິດສ້າງເພື່ອອະນາຄົດການເຮັດວຽກກວມລວມໃນສັງກາດດີຈີຕອນ” ດຳເນີນໃນວັນທີ 18 ກໍລະກົດ ຢູ່ ຮ່າໂນ້ຍ, ໂດຍກະຊວງການຕ່າງປະເທດ ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງຂຶ້ນ. 
ກອງປະຊຸມສຳມະນາ “APEC ກ່ຽວກັບການບຳລຸງສ້າງທັກສະປ່ຽນແປງໃໝ່ປະດິດຄິດສ້າງເພື່ອອະນາຄົດການເຮັດວຽກກວມລວມໃນສັງກາດດີຈີຕອນ” - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ   (ພາບ: chinhphu.vn)

ເຫດການແນໃສ່ສືບຕໍ່ຊຸກຍູ້ບັນດາໝາກຜົນຕົ້ນຕໍຂອງປີ APEC ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັງກາດດີຈີຕອນ ເຊິ່ງການນຳ APEC ຮັບຮອງເອົາໃນປີ 2017, ປະກອບສ່ວນເຂົ້າໃນການຜັນຂະຫຍາຍບັນດາບຸລິມະສິດຂອງປີ APEC 2019 ກ່ຽວກັບການຕີບໂຕກວມລວມ ແລະ ສັງຄົມດີຈີຕອນ. ເຂົ້າຮ່ວມກອງປະຊຸມສຳມະນາມີການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກບັນດາອົງການຈັດຕັ້ງສາກົນ, ບັນດາປະເທດສະມາຊິກ APEC ແລະ ຜູ້ຕາງໜ້າບັນດາສະຖານທູດຕ່າງປະເທດປະຈຳ ຫວຽດນາມ.

        ກໍ່ຄືກັນກັບບັນດາປະເທດສະມາຊິກອື່ນໃນ APEC, ຫວຽດນາມ ພວມປະເຊີນໜ້າຕໍ່ບັນດາຄວາມຫຍຸ້ງຍາກສິ່ງທ້າທາຍອັນໃຫຍ່ຫລວງກ່ຽວກັບຊັບພະຍາກອນມະນຸດ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ສິ່ງດັ່ງກ່າວ ພາໃຫ້ລັດຖະບານຕ້ອງປ່ຽນແປງໃໝ່ຮູບການເຕີບໂຕ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕາມທິດມີຄຸນນະພາບ, ມີປະສິດທິຜົນ, ວ່ອງໄວ ແລະ ຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງພາກພື້ນ, ກໍ່ຄືບັນດາພື້ນຖານເສດຖະກິດສະມາຊິກທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ