ກອງປະຊຸມສຳມະນາ “ການພົວພັນລະຫວ່າງຫວຽດນາມ-ອີນເດຍໃນສັດຕະວັດອາຊີ-ປາຊີຟິກ”

ກອງປະຊຸມສຳມະນາ “ການພົວພັນລະຫວ່າງຫວຽດນາມ-ອີນເດຍໃນສັດຕະວັດອາຊີ-ປາຊີຟິກ” - ảnh 1
ກອງ​ປ​ະ​ຊຸມ​ສຳ​ມະ​ນາ “ການ​ພົວ​ພັນ​ລະ​ຫວ່າງ
​ຫວຽດ​ນາມ-ອີນ​ເດຍ​ໃນສັດ​ຕະ​ວັດ​ອາ​ຊີ-ປາ​ຊີ​ຟິກ”
(ພາບ: TTXVN)

(vovworld) - ວັນ​ທີ 26/08, ຢູ່​ແຂວງ ທ໋າຍງວຽນ, ສູນ​ຄົ້ນ​ຄວ້າ​ອິນ​ເດຍ (ສະ​ຖາ​ບັນ​ແຫ່ງ​ຊາດ​ໂຮ່​ຈິ​ມິນ) ໄດ້​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ທ໋າຍງວຽນ ຈັດ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາ​ກົນ ດ້ວຍ​ຫົວ​ຂ​ໍ້​ວ່າ “ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ອີນ​ເດຍ​ ໃນສັດ​ຕະ​ວັດ​ ອາ​ຊີ-ປາ​ຊີ​ຟິກ”. ຢູ່​ທີ່ນີ້, ບັນ​ດາ​ຜູ້​ແທນ​ພ້ອ​ມ​ກັນ​ແລກ​ປ່ຽນ, ປຶກ​ສ​າ​ຫາ​ລືບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ຄື: ການ​ພົວ​ພັນ​ລະ​ຫວ່າງ​ອິນ​ເດຍ - ອາ​ຊຽນ ແລະ ​ການ​ກະ​ທົບ​ບາງ​ຢ່າງ​ເຖິງ​ການ​ພົວ​ພັນ​ຫວຽດ​ນາມ - ອິນ​ເດຍ ໃນ 2 ທົດ​ສະ​ວັດ​ຕົ້ນ​​ສັດ​ຕະ​ວັນ​ທີ 21; ປະ​ທານ​ໂຮ່​ຈິ​ມິນ​ ກັບ​ອິນ​ເດຍ; ​ຫວຽດ​ນາມ​ ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່ທິດ​ຕາ​ເວັນ​ອອກ​ຂອງ​ອີນ​ເດີຍ… ຕາມ​ບັນ​ດາຜູ້​ແທນ​ແລ້ວ, ເພື່ອ​ເພີ່ມ​ທະ​ວີການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອິນ​ເດຍ - ຫວຽດ​ນາມກວ່າ​ອີກ, ໂດຍ​ສະ​ເພາະ​ແມ່ນ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, 2 ຝ່າຍ​ຄວນ​ດຳ​ເນີນ​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ; ເພີ່ມ​ທະ​ວີ​ການ​ເປີດກວ້າງ, ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຈັດ​ຕັ້ງ​ບັນ​ດາ​ງານ​ຕະ​ຫຼາດ​ນັດ​, ງານ​ວາງ​ສະ​ແດງເປັນ​ປະ​ຈຳຢູ່​ທັງ 2 ປະ​ເທດ…

ຂ່າວ/ບົດ​ອື່ນ