ກອງປະຊຸມສຳມະນາ: ສິ່ງທ້າທາຍພັດທະນາວິສາຫະກິດປີ 2015

ກອງປະຊຸມສຳມະນາ: ສິ່ງທ້າທາຍພັດທະນາວິສາຫະກິດປີ 2015 - ảnh 1
ກອງປະຊຸມສຳມະນາ: ສິ່ງທ້າທາຍພັດທະນາວິສາຫະກິດປີ 2015
(ພາບ: dddn.com.vn)

(vovworld) – ກອງ​ປະຊຸມ​ສຳ​ມະ​ນາວ່າ​ດ້ວຍ​ຫົວ​ຂໍ້ສິ່ງ​ທ້າ​ທາຍ​ໃຫ້​ແກ່​ການ​ພັດທະນາ​ວິ​ສາ​ຫະກິດ​ປີ 2015, ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ຈັດ​ຕັ້ງ​ໃນ​ວັນ​ທີ 27/01, ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ແທນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ໃນ​ປີ 2015 ຫວຽດນາມ ຈະ​ສຳ​ເລັດ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ປາຊີ​ຟິກ (TPP), ສັນຍາ​ການ​ຄ້າ​ເສລີ (FTA) ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ກ້າວ​ເຂົ້າ​ສູ່​ວິວັດທະນາ​ການ​ແກ່ງ​ແຍ້ງ, ​ເຊື່ອມ​​ໂຍງ​ເຂົ້າກັບ​ສາກົນ​ຢ່າງ​ເປັນ​ທາງ​ການ. ນີ້​ທັງ​ແມ່ນ​ກາລະ​ໂອກາດ​​ແຕ່​ຍັງ​ມີ​ຂໍ້ຂົງຄ້າງ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ສຳລັບ​ວິ​ສາ​ຫະກິດ. ​ເພື່ອ​ຍາດ​ແຍ່ງ​​ກາລະ​ໂອກາດ​ໂດຍ TPP ​ແລ FTA ນຳ​ມາ​ໃຫ້​ໄດ້, ກ່ອນ​ອື່ນ​ໝົດ ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມີ​ຄວາມ​ເຂົ້າ​ໃຈ​ດ້ານ​ກົດໝາຍ, ລະບຽບ​ການ​ເພື່ອ​ປ້ອງ​ກັນ​ຕົນ​ເອງ​ຕໍ່ໜ້າ​ການ​ເຊື່ອມ​ໂຍງ. ທ່ານ​ນາງ ບຸ​ຍທູ​ຖຸຍ, ຮອງ​ຫົວໜ້າ​ກົມ​ພັດທະນາ​ວິ​ສາ​ຫະກິດ, ກະ​ຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ບັນດາ​ລາຍການ​ໜູນ​ຊ່ວຍ​ສົມທົບ​ກັບ​ຫົວໜ່ວຍ​, ກະຊວງ, ຂະ​ແໜງ​ການ​ອື່ນໆ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ກຸ່ມ​ວິ​ສາ​ຫະກິດ​ກ່ຽວ​ກັບ​ການ​ກູ້​ຢືມທຶນຜ່ານ​ລະບົບ​ທະນາຄານ. ນອກຈາກ​ນັ້ນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ກໍ່​ພວມ​ພິ​ເຈລະຈາ​ກັບ World Bank ​ກ່ຽວ​ກັບໂຄງການ​ໜູນ​ຊ່ວຍ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ບັນດາ​ນະ​ໂຍບາຍ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຍົກ​ສູງ​ກຳລັງ​ແກ່ງ​ແຍ່ງ​ຂອງ​ຕົນ”.

ຂ່າວ/ບົດ​ອື່ນ