ກອງປະຊຸມສຳມະນາ ສາກົນກ່ຽວກັບທະເລ ຕາເວັນອອກ


ກອງປະຊຸມສຳມະນາ ສາກົນກ່ຽວກັບທະເລ ຕາເວັນອອກ - ảnh 1

(ພາບ: vov)

(vovworld)- ​ ວັນ​ທີ 16/11, ຢູ່​ດ່າ​ນັງ, ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ສາກົນກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກຄັ້ງທີ 6 ດ້ວຍ​ຫົວ​ຂໍ້: “ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ“.

  ກ່າວ​ຄຳ​ເຫັນ​ໄຂກອງ​ປະຊຸມ​ສຳ​ມະ​ນາ​, ທ່ານ​ດັ້ງດິງກຸຍ, ຜູ້ອຳນວຍການ​ສະຖານ​ບັນ​ການ​ຕ່າງປະ​ເທດ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກຍິ່ງ​ມີ​ຄວາມ​ສັບສົນ​ເທົ່າ​ໃດຍິ່ງ​ຈະ​ເພີ່ມ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ​ເທົ່າ​ນັ້ນ. ອາດ​ເວົ້າ​ໄດ້​ວ່າ, ຫຼັກການ​ແກ້​ໄຂ​ບັນດາ​ຂໍ້​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິ ສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ບໍ່​ດ​ຳເນີນບັນດາ​ການ​​ເຄື່ອນ​ໄຫວ​ເຮັດ​ໃຫ້​ສະພາ​ບການ​ສັບສົນ​ຂຶ້ນ​ຕື່ມ, ໄດ້​ກາຍ​ເປັນ​ສຽງ​ເວົ້າ ​ແລະ ຄຳ​ຮຽກຮ້ອງ​ລວມຂອງ​ປະຊາ​ຄົມ​ໂລກ​ສຳລັບ​ຝ່າຍ​ຕ່າ​ງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນຢູ່ທະ​ເລ​ຕາ​ເວັນ​ອອກ.

  ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ, ທ່ານ Myint Thu ຮອງຫົວໜ້າ​ກົມ​ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ, ປະ​ເທດ​ປະທານ​ອາຊຽນ​ໃນປະຈຸ​ບັນ ​ໄດ້​​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫົວ​ຂໍ້ “ທະ​ເລ​ຕາ​ເວັນ​ອອກ ການ​ຮ່ວມ​ມື​ເພື່ອ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ“ ​ແມ່ນຫົວ​ຂໍ້​ທີ່​ທັນ​ການ ​ແລະ ​ເໝາະ​ສົມ​ຍ້ອນ​ໄດ້​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນາ​ຖາວອນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຢືນຢັນ​ວ່າ, ​ໃນ​ປີ​ປະທາ​ນຂອງ​ມຽນມາ, ບັນຫາທະ​ເລ​ຕາ​ເວັນ​ອອກຍາມ​ໃດ​ກໍ່​ແມ່ນ​ບຸລິມະສິດ​ອັນ​ດັບ 1 ຂອງ​ອາ​ຊຽນ. ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນຄັ້ງທີ 25 ຫວ່າງ​ແລ້ວ​ນີ້ ສືບ​ຕໍ່​ຢືນຢັນ​ຄວາມ​ປາດ​ຖະໜາ​ດັ່ງກ່າວ​ຂອງ​ອາ​ຊຽນ ພ້ອມ​ທັງ​ເຫັນ​ດີ​ຈະຊຸກ​ຍູ້​ບັນດາ​ມມາດ​ຕະການ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ​ໃຫ້​ດີ​ກ່ວາ​ອີກ./.

ຂ່າວ/ບົດ​ອື່ນ