ກອງປະຊຸມສຳມະນາ “ຫວຽດນາມ: ປ່ຽນໃໝ່ - ພັດທະນາ - ເຊື່ອມໂຍງ” ຢູ່ໂປໂລຍ

ກອງປະຊຸມສຳມະນາ “ຫວຽດນາມ: ປ່ຽນໃໝ່ - ພັດທະນາ - ເຊື່ອມໂຍງ” ຢູ່ໂປໂລຍ - ảnh 1
(ພາບ​ປະ​ກອບ)

(vovworld) - ​ ມະ​ຫາ​ວິ​ທະ​ຍາ​ໄລ Almamer ຢູ່​ນະ​ຄອນ​ຫຼວງ Warszawa ຂອງ​ໂປ​ໂລຍ ຫາ​ກໍ​ຈ​ັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 5 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່​ໂປ​ໂລຍ ແລະ ກອງ​ປະ​ຊຸມສຳ​ມະ​ນາ “ຫວຽ​ດ​ນາມ: ປ່ຽນ​ໃໝ່ - ພັດ​ທະ​ນາ - ເຊື່ອມ​ໂຍງ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ​້​ແທນ​ໄດ້​ປຶກ​ສາ​ຫາ​ລື ແລະ ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ພາຍ​ຫຼັງ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງໃໝ່, ໂດຍ​ສະ​ເພາະ​ແມ່ນ​ແງ່​ຫວັງ​ພາຍ​ຫຼັງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU (EVFTA), ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP) ແລະ ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ​ໃນທ້າຍ​ປີ 2015. ບັນ​ດາ​ຜູ້​ແທນ​ໄດ້​ໄຈ​້​ແຍກ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ​ໂປ​ໂລຍ ໃນ​ສະ​ພາບ​ການ​ພາກ​​​ພື້ນ ແລະ ສາ​ກົນ​ມີ​ການ​ຜັນ​ແປຢ່າງ​ສັບ​ສົນ, ໃນ​ນັ້ນ​ມີ​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ຂອງ​ປະ​ຊາ​ຄົມ​ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ ນັບ​ມື້​ນັບ​ເລິ​ກ​ເຊິ່ງ​ໃນ​ໄລ​ຍະ​ຜ່ານ​ມາ. ຢູ່​ນອກກອງ​ປະ​ຊຸມສຳ​ມະ​ນາ, ຄະ​ນະ​ຈັດ​ຕັ້ງ​ກໍ​ສະ​ໜອງ​ໃຫ້​ບັນ​ດາ​ຜູ້​ແທນ​ປື້ມ, ເອ​ກະ​ສານ​ກ່ຽວ​ກັບ​ສະ​ພາບ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ, ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ອາ​ຊຽນ, ສະ​ພາບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ ແລະ ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢູ່​ບັນ​ດາ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ