ກອງປະຊຸມສຳມະນາ“ກາລະໂອກາດແລະສິ່ງທ້າທາຍຂອງຂະແຫນງກໍ່ສ້າງເມື່ອເຊື່ອມໂຍງເຂົ້າກັບອາຊຽນ”

ກອງປະຊຸມສຳມະນາ“ກາລະໂອກາດແລະສິ່ງທ້າທາຍຂອງຂະແຫນງກໍ່ສ້າງເມື່ອເຊື່ອມໂຍງເຂົ້າກັບອາຊຽນ” - ảnh 1
ພາບ​ປະ​ກອບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 3/7, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ປະ​ຈຳ ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ສົ​ມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ນັກ​ປະ​ມູນກໍ່​ສ້າ​ງຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ຂະ​ແຫນງກໍ່​ສ້າງ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ”. ທີ່ກອງ​ປະ​ຊ​ຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຄົ້ນ​ຄ້​ວາ ແລະ ບ​ັນ​ດາ​ວິ​ສາ​ຫະ​ກິດ ພ້ອມ​ກັນ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຂົງ​ເຂດກໍ່​ສ້າງ​ຂອງ​ຫວຽດ​ນາມ​ປະ​ຈ​ຸບັນ. ຜູ້​ແທນ​ສ່ວນ​ຫລາຍ​ຖື​ວ່າ ຂະ​ແຫນງກໍ່​ສ້າງ​ຫວຽດ​ນາມ ພວມ​ຢືນ​ຕໍ່​ຫນ້າ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ເມື່ອ​ບັນ​ດາ​ສັນ​ຍາ ອາ​ຊຽນ ມີ​ຜົນ​ສັກ​ສິດ​ໃນ​ວັນ​ທີ 31/12/2015. ເພື່ອ​ຄົງ​ຕົວ​ແລະ​ພັດ​ທະ​ນາ, ກ່ອນ​ອື່ນ ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ຂະ​ແຫນງກໍ່​ສ້າງ​ຄວນ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕະ​ຫລາດ​ອາ​ຊຽນ ຢ່າງ​ລະ​ອຽດ. ຄຽງ​ຄູ່​ກັນ​ນັ້ນ ບັນ​ດາ​ຂະ​ແຫນງ​ການ​ກ່ຽວ​ຂ້ອງ ຄວນ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍ​າ​ກອນ​ມະ​ນຸດ​ມີ​ວິ​ຊາ​ສະ​ເພາະ​ສູງ​ໃນ​ຂະ​ແຫນງກໍ່​ສ້າງ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ