ກອງປະຊຸມສຳມະນາກ່ຽວກັບ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ເມກຊີໂກ

(VOVWORLD) - ວັນທີ 4/5, ສະຖານທູດ 5 ປະເທດສະມາຊິກ ອາຊຽນ ປະຈຳ ເມກຊີໂກ, ເຊິ່ງລວມມີ: ຫວຽດນາມ, ມາເລເຊຍ, ໄທ, ອິນໂດເນເຊຍ ແລະ ຟີລິບປິນ, ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 – 8/8/2017) ຢູ່ສະຖາບັນຄົ້ນຄ້ວາ ແລະ ບຳລຸງສ້າງເໜືອມະຫາວິທະຍາໄລ Colegio de Mexico (COLMEX). 
ກອງປະຊຸມສຳມະນາກ່ຽວກັບ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ເມກຊີໂກ - ảnh 1 ພາບປະກອບ

ທີ່ກອງປະຊຸມສຳມະນາ, ດ້ວຍການເຂົ້າຮ່ວມຂອງສາດສະດາຈານ, ປະລິຍາເອກ, ນັກຄົ້ນຄ້ວາ ແລະ ນັກສຶກສາຢູ່ສະຖາບັນ COLMEX ເປັນຈຳນວນຫຼວງຫຼາຍ, ບັນດາເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງການສ້າງຕັ້ງປະຊາຄົມ ອາຊຽນ (31/12/2015) ແມ່ນຂີດໝາຍສຳຄັນໃນປະຫວັດສາດຂອງ ອາຊຽນ. ພາຍໃຕ້ຊາຍຄາລວມນີ້, ບັນດາປະເທດ ສະມາຊິກຈະພ້ອມກັນຮ່ວມສຳພັນ, ແບ່ງປັນບັນດາຜົນປະໂຫຍດ ແລະ ພັດທະນາບົນເສັ້ນທາງໃຫມ່.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມກຊີໂກ ເລລີງລານ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກມີຄວາມຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາລວມຂອງປະຊາຄົມ ອາຊຽນ. ຄາດໝາຍສັງລວມຂອງປະຊາຄົມ ອາຊຽນ ແມ່ນກໍ່ສ້າງສະຫະສະມາຄົມກາຍເປັນອົງການຮ່ວມມືລະຫວ່າງລັດຖະບານຢູ່ໃນລະດັບເລິກເຊິ່ງ ກ້ວາງຂວາງ ແລະ ມີຫຼາຍຂໍ້ຜຸກພັນກ່ວາບົນພື້ນຖານນິຕິກຳແມ່ນກົດບັດ ອາຊຽນ. ປະຊາຄົມໄດ້ຮັບການສ້າງຕັ້ງອີງໃສ່ 3 ເສົາຄ້ຳແມ່ນປະຊາຄົມການເມືອງ - ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ