ກອງປະຊຸມສຳມະນາກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ສ.ເກົາຫຼີ

ກອງປະຊຸມສຳມະນາກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ສ.ເກົາຫຼີ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ ເກົາຫຼີ ປະ​ຈຳ ຫວຽດ​ນາມ Jun Daejoo

(vovworld) -ວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ສົມທົບ​ກັບ​ສະຖານທູດ​ສ​.​ເກົາຫຼີ ປະຈຳ​ຫວຽດນາມ​ຈັດ​ຕັ້ງ ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ - ສ​​​ເກົາຫຼີ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຕ໋ຽນມິ​ງ, ຫົວໜ້າກົມ​ອາ​ຊຽນ - ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຕີ​ລາຄາ​ສູງ ສ​.​ເກົາຫຼີ ທີ່​ໄດ້​ສະ​ແດງ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ອາ​ຊຽນ, ກໍ່​ຄື​ການ​ສະໜັບສະໜູນ​ຂອງ ສ​.​ເກົາຫຼີ ທີ່​ມີ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະກອບ​ພາກ​ພື້ນ:

ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ຍາມ​ໃດ​ກໍ່​ເປັນ​ເສົາ​ຄຳ້​ທີ່​ສຳຄັນ​ໃນ​ການ​ພົວພັນ​ສອງ​ຝ່າຍ. ສ​.​ເກົາ​ຫຼີ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 5 ຂອງ​ອາ​ຊຽນ ​ແລະ ອາ​ຊຽນ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ບຸລິມະສິດ​ອັນ​ດັບ 2 ຂອງ​ບັນດາ​ນັກ​ລົງທຶນ​ສ.​ເກົາຫຼີ. ສອງ​ຝ່າຍ​ກໍ່​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ການ​ສຶກສາ, ວັດທະນະທຳ, ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ,  ​ແລະ ຮັບ​ມືກັບການ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ກໍ່​ຄື​ແຫຼ່ງນຳ້..

ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ແບ່ງປັນ​ບົດຮຽນ, ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ - ສ.​ເກົາຫຼີ. ກອງ​ປະຊຸມ​ນີ້ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ອາ​ຊຽນ - ສ.​ເກົາຫຼີ ກໍ່​ຄື​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ​ອາ​ຊຽນ - ສ.​ເກົາຫຼີ ຢູ່ Busan ​ໃນ​ເດືອນ 12 ຈະ​ມາ​ເຖິງ.

 


ຂ່າວ/ບົດ​ອື່ນ