ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ນິວຢອກ, ອາເມລິກາ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ນິວຢອກ, ອາເມລິກາ - ảnh 1
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ
(ພາບ: vietnamplus.vn)


​(vovworld) – ​ທີ່ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກຖືກ​ດຳ​ເນີນ​ໄປ​ຢູ່​ນິວຢອກ, ປະ​ເທດອາ​ເມລິ​ກາ ​ໃນ​ວັນ​ທີ 04/05, ມີ​ນັກຮຽນ​ຮູ້​ທີ່​ມີ​ຊື່​ສຽງຫຼາຍ​ທ່ານ ພ້ອມ​ກັບ​ວົງ​ການ​ນັກການ​ທູດຂອງ​​ປະ​ເທດຕ່າງໆ, ກໍ່​ຄື​ນັກ​ຊ່ຽວຊານມາ​ຈາກ​ບາງ​ສະຖາບັນ, ມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ ​ໄດ້​ສະ​ເໜີ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ມີ​ຄຸນຄ່າ. ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ: ກົດໝາຍ, ການ​ເມືອງ ​ແລະ ການ​ທູດ” ​ໂດ​ຍວາລະສານ​ຄວາມ​ສ່ຽງ​ດ້ານ​ການ​ເມືອງ (JPR) ມີ​ສ​ຳນັກ​ງານ​ຕັ້ງ​ຢູ່​ນິວຢອກ ຈັດ​ຕັ້ງ. ມີ​ຫຼາຍ​ແງ່​ມູນ​ໃນ​ການ​ຂັດ​ແຍ້​ງ​ເຂດ​ນ່ານນ້ຳຢູ່​ທະ​ເລ​ຕາ​ເວັນ​ອອກໄດ້​ນຳມາ​ປຶກສາ​ຫາລື​ຄື: ລັກສະນະ​ຜິດ​ກົດໝາຍຂອງ​ການ​ແຕ້ມເສັ້ນ​ລິ້ນ​ງົວ​ໃນ​ແຜນ​ທີ່​ຂອງ​ຈີນ, ຜົນ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ຜົນ​ຮ້າຍ​ຂອງ​ຍຸດ​ທະ​ສາດກ່ຽວ​ກັບ​ເລື່ອງ​ຈີນ ​ເຮັດ​ໃຫ້ປ່ຽນ​ແປງສະພາບ​ເດີມຢູ່​ບັນດາ​ເກາະ​ພວມ​ຢຶດຄອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ນັກຮຽນ​ຮູ້​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຂັດ​ເລືອກ ​ແລະ ກາລະ​ໂອກາດ​ທີ່​ແຕກ​ຕ່າງ​ກັນ ​ເຊິ່ງບັນດາ​ປະ​ເທດ​ມີ​ການ​ຂັດ​ແຍ້​ງຕ້ອງ​ນຳ​ໃຊ້​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກໂດຍ​ສັນຕິ​ວິທີຕາມ​ກົດໝາຍ​ສາກົນ. ນັກຮຽນ​ຮູ້​ກໍ່​ຍົກ​ອອກ​ບາງ​ຂໍ້​ສະ​ເໜີມີລັກສະນະ​ສ້າງສັນ ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງ​ໃນ​ປະຈຸ​ບັນ. ທ່ານ​ປະລິຍາ​ເອກ Anders Corr, ຫົວໜ້າ​ຄະນະບັນນາທິການ​ວາລະສານ JPR ​ໃຫ້​ຮູ້​ວ່າ, ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸ​ມສຳ​ມະ​ນາ ​ຈະ​ໄດ້​ຮຽບຮຽງ​ເປັນ​ປື້​ມກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ​​ໂດຍ​ໂຮງພິມ​​ຈຳ​ໜ່ອຍທີ່​ມີ​ຊື່​ສຽງ​ຂອງອາ​ເມ​ລິ​ກາ ​ຈຳໜ່າຍ.

ຂ່າວ/ບົດ​ອື່ນ