ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ນະຄອນຫະລອງ

(VOVWORLD) -ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ດ້ວຍຫົວຂໍ້ວ່າ “ທະເລຕາເວັນອອກໃນສະພາບການໃໝ່ ແລະ ຍຸດໂທບາຍເພື່ອຮັບມືຂອງຫວຽດນາມ” ໄດ້ດຳເນີນໃນຕອນເຊົ້າວັນທີ 19 ທັນວາ, ຢູ່ນະຄອນຫະລອງ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ນະຄອນຫະລອງ - ảnh 1 ທ່ານ ຟ້າມກວາງວິງ, ຮອງລັດຖະມົນຕີການຕ່າງປະເທດ ກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ໂດຍສະຖາບັນພົວພັນຕ່າງປະເທດ ຈັດຕັ້ງ ເພື່ອແນໃສ່ຕີລາຄາສັງລວມສະພາບການຢູ່ທະເລຕາເວັນອອກ ໃນສະພາບການໃໝ່ຂອງສາກົນ ແລະ ພາກພື້ນ, ພິນິດໄສບັນດາບັນຫານະໂຍບາຍທີ່ໄດ້ວາງອອກສຳລັບຫວຽດນາມ.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານ ຟ້າມກວາງວິງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຕີລາຄາວ່າ, ສະພາບການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ ແລະ ການເຄື່ອນໄຫວເຕົ້າໂຮມ, ຈັດແບ່ງກຳລັງຢູ່ທະເລຕາເວັນອອກ ພວມດຳເນີນນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ສະພາບການຢູ່ທະເລຕາເວັນອອກ ຕະຫຼອດຮອດການສ້າງ ແລະ ເຄົາລົບບັນດາມາດຕະຖານການປະພຶດລວມ ເພື່ອຮັກສາຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. ບັນດາການຜັນແປຢ່າງວ່ອງໄວ ແລະ ສັບສົນຢູ່ທະເລຕາເວັນອອກ ໃນໄລຍະຜ່ານມາ ຮຽກຮ້ອງໃຫ້ວຽກງານຄົ້ນຄວ້າຕີລາຄາສະພາບການຄວນສືບຕໍ່ໄດ້ຮັບການປະຕິບັດເປັນປະຈຳ, ຕໍ່ເນື່ອງ ເພື່ອໃຫ້ມີຂໍ້ສະເໜີນະໂຍບາຍ ແລະ ບັນດາວິທີການປະພຶດທີ່ເໝາະສົມ.

        ທີ່ກອງປະຊຸມສຳມະນາ, ບັນດາບົດປະກອບຄວາມເຫັນທີ່ໄດ້ນຳສະເໜີກ່ຽວກັບຫົວຂໍ້ຄື: ທະເລຕາເວັນອອກ ໃນຄວາມເປັນລະບຽບຮຽບຮ້ອຍຂອງພາກພື້ນ, ໃນການປະຕິບັດມະຕິຍຸດທະສາດກ່ຽວກັບທະເລຫວຽດນາມ ຮອດປີ 2030, ບັນດາບັນຫານິຕິກຳກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ໃນນັ້ນມີບັນດາມາດຕະການແກ້ໄຂການຂັດແຍ້ງກັນກັບສາກົນໂດຍສັນຕິວິທີ, ສະພາບຕົວຈິງ ແລະ ແງ່ຫວັງຮ່ວມມືລະຫວ່າງບັນດາປະເທດຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ