ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ລັດຖະສະພາເອີຣົບ

(VOVWORLD) - ວັນທີ 21 ພະຈິກ, ກອງທຶນ Gabriel Peri ຂອງ ຝະຣັ່ງ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ລັດຖະສະພາ ເອີຣົບ ທີ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ. 
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ລັດຖະສະພາເອີຣົບ - ảnh 1 ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ລັດຖະສະພາເອີຣົບ (ພາບ: TTXVN)

ກອງປະຊຸມສຳມະນາໄດ້ເຕົ້າໂຮມບັນດານັກປາຖະກະຖາເປັນຈຳນວນຫລວງຫລາຍ ແມ່ນບັນດານັກຊ່ຽວຊານກ່ຽວກັບພາກພື້ນລວມມີບັນດາທະນາຍຄວາມ, ສາດສະດາຈານ, ນັກການທູດທີ່ມາຈາກບັນດາປະເທດຄື: ອັງກິດ, ແບນຊິກ, ເຢຍລະມັນ, ອີຕາລີ, ອາເມລິກາ, ຝະຣັ່ງ ແລະ ສະວິດ ໄດ້ລາຍງານບົດທາບທາມຄວາມເຫັນກ່ຽວກັບສະພາບພູມສາດການເມືອງປັດຈຸບັນ, ບັນດາບັນຫາກ່ຽວກັບກົດໝາຍສາກົນທີ່ມີສ່ວນກ່ຽວຂ້ອງ, ການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ແລະ ບາງຄຳເຈາະຈິ້ມນະໂຍບາຍສຳລັບ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ