ກອງປະຊຸມສຳມະນາກ່ຽວກັບປີAPECຫວຽດນາມ2017ຢູ່ອາເມລິກາ

ກອງປະຊຸມສຳມະນາກ່ຽວກັບປີAPECຫວຽດນາມ2017ຢູ່ອາເມລິກາ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊ​ຸມ​ສຳ​ມະ​ນາ

(vovword)-ໃນ​ສະ​ພາບ​ການ​ທີ່​ຫວຽດ​ນາມ​ພວມ​ກະ​ກຽມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ​ອາ​ຊີ-​ປາ​ຊີ​ຝິກ (APEC) ປີ 2017, ຕອນ​ເຊົ້າ​ວັນ​ທີ 20/1 ຕາມ​ເວ​ລາ​ຮ່າ​ໂນ້ຍ, ຢູ່​ນິວຢອກ ປະ​ເທດ​ອາ​ເມ​ລິ​ກາ,  ສະ​ມາ​ຄົມ​ຄົ້ນ​ຄວ້າ Asia Society ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ດ້ວຍ​ຫົວ​ຂໍ້​ວ່າ “ອະ​ນາ​ຄົດ​ທີ່ບໍ່​ແນ່ນອນ: APEC ແລະ ຄວາມ​ເສ​ລີ​ດ້ານ​ການ​ຄ້າ​ຢູ່​ອາ​ຊີ-ປາ​ຊີ​ຝິກ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ທ່ານ​ປະ​ທານ​ຫ້ອງ​ການ​ການ​ຄ້າ-ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ຫວູ​ຕ໋ຽນ​ລົກ ໃຫ້​ຮູ້​ວ່າ: ດ້ວຍ​ບົດ​ບາດ​ແມ່ນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ APEC 2017, ຫວຽດ​ນາມ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັກ​​ສາທັດສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃຫ້​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ປີ 2017. ບັນ​ດາ​ບຸ​ລິ​ມະ​ສິດນັ້ນ​ລວມ​ມີ: ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຫັນ​ເປັນ​ການ​ຄ້າເສລີ, ຄັດ​ຄ້ານ​ລັດ​ທິ​ອາ​ລັກ​ຂາ; ເພີ່ມ​ທະ​ວີ​ລັກ​ສະ​ນະ​ເຊື່ອມ​ຈອດ​ຂອງ APEC ໃນ​ທຸກ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງພ້ອມ​ກັບ​ລະ​ບອບ​ບັນ​ຍັດ; ຮັບ​ປະ​ກັນ​​ໃຫ້ທຸກ​ສັງ​ຄົມ ​ລ້ວນ​ແຕ່​ມີ​ກາ​ລະ​ໂອ​ກາດ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ຕະຫຼາດ​ເປີດ​ປະ​ຕູ ແລະ ຫັນ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ເສ​ລີ ເພື່ອ​ແນ​ໃສ່​ມຸ​່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ທົ່ວເຖິງ; ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ແລະ ການເຂົ້າຮ່ວມຂອງ​ແມ່​ຍິງ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ.


ຂ່າວ/ບົດ​ອື່ນ