ກອງປະຊຸມສຳມະນາກ່ຽວກັບສົງຄາມຫວຽດນາມຢູ່ອາເມລິກາ

ກອງປະຊຸມສຳມະນາກ່ຽວກັບສົງຄາມຫວຽດນາມຢູ່ອາເມລິກາ - ảnh 1
ທ່ານ ຟ້າ​ມກວາງ​ວີ​ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ
(ພາບ: infonet.vn)

(vovworld) – ​ໂດຍ​ໄດ້ຮັບ​ຄຳ​ເຊີນ​ຂອງ​ຫໍສະໝຸດ​ປະທານາທິບໍດີ Lyndon Baines Johnson ຂຶ້ນ​ກັບມະຫາວິທະຍາ​ໄລ​ Texas ຢູ່ນະຄອນ Austin, ທ່ານ ຟ້າ​ມກວາງ​ວີ​ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສົງຄາມ ຫວຽດນາມ, ​ເຊິ່ງດຳ​ເນີ​ນ​ໄປ​ໃນ​ລະຫວ່າງ​ວັນ​ທີ 26 -28/4. ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລະ ນັກ​ການ​​ເມືອງ ​ແລະ ອະດີດ​ນັກການ​ເມືອງ ອາ​ເມ​ລິ​ກາ ຫຼາຍ​ທ່ານ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ. ທີ່​ວາລະ​ປຶກສາ​ຫາລື​ໃນ​ວັນ​ທີ 28/4, ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ສັດຕະ​ວັດ​ທີ 21: ການ​​ເປີດ​ສາກ”, ທ່ານ ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວີ​ງ ​ໃຫ້​ຮູ້​ວ່າ: 2 ປະ​ເທດ​ໄດ້​ຜ່ານ​ຜ່າ​ໄລຍະ​ສົງ​ຄາມ​ທີ່​​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ, ດ້ວຍ​ຜົນ​ຮ​້າຍຢ້ອນ​ຫຼັງ​ໜັກ​ໜ່ວງຫຼາຍ​ຢ່າ​ງ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​​ປະຈຸ​ບັນ​ໄດ້​ກ້າວ​ເຂົ້າ​ສູ່​ໜ້າ​ປະ​ວັດ​ສາດ​ໃໝ່. ສຳລັບ​ດ້ານ​ການ​ເມືອງ, 2 ປະ​ເທດ​ໄດ້​ຢັ້ງຢືນ​ກ່ຽວ​ກັບ​ຫຼັກການ​ເຄົາລົບ “ລະບອບ​ການ​ເມືອງ ​ແລະ ​ເອກະລາດ​ອະທິປະ​ໄຕ” ຂອງ​ກັນ. ກ່ຽວ​ກັບດ້ານ​ເສດຖະກິດ, ກາ​ນຄ້າ, ພາຍຫຼັງ​ໄລຍະ​ກ່ວາ 20 ປີ, ການ​ແລກປ່ຽນ​ການ​ຄ້າ 2 ຝ່າຍ​ໄດ້​ເພີ່ມ​ຂຶ້ນທົບ 90 ​ເທື່ອ, ຈາກ​ວົງ​ເງິນ 500 ລ້ານ USD ​ໃນ​ປີ 1994 ຂຶ້ນ​​ເຖິງ​ 45 ຕື້ USD ​ໃນ​ປີ 2015. ທ່ານ ຟ້າ​ມກວາງ​ວີ​ງ ສະ​ເໜີ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ຮັບ​ຮອງ ຫວຽດນາມ ​ແມ່ນ​ປະ​ເທດມີ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ໂດຍ​ໄວ ​ແລະ ຍົກ​ເລີກຄຳ​ສັ່ງ​ຫ້າມອາວຸດ​ສຳລັບ ຫວຽດນາມ ຢ່າງ​ສົມ​ບູນ. ທ່ານ ຟ້າ​ມກວາງ​ວີ​ງ ຢັ້ງຢືນ​ວ່າ: ນີ້​ຈະ​ແມ່ນ​ສະພາບ​ທີ່​ສະດວກ​ໃຫ້​​ແກ່​ການ​ຢ້ຽມຢາມ ຫວຽດນາມ ຈະ​ມາ​ເຖິງ​ຂອງ​ທ່ານ​ປະທານາທິບໍດີ Barack Obama.


ຂ່າວ/ບົດ​ອື່ນ