ກອງປະຊຸມສຳມະນາຄວາມໝັ້ນຄົງທະເລຕາເວັນອອກຢູ່ ໂປໂລຍ

ກອງປະຊຸມສຳມະນາຄວາມໝັ້ນຄົງທະເລຕາເວັນອອກຢູ່ ໂປໂລຍ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) - ເລື່ອງ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັກ​ສາ​ຄວາ​ມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ຮັກ​ສາ​ການ​ແລກ​ປ່ຽນ​ການ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລ​ກ. ນີ້​ແມ່ນ​ເນື້ອ​ໃນ​ໄດ້​ຍົກ​ອອກ​ມາ​ໃນ​ການ​ທາ​ບ​ທາມ​ຄວາ​ມ​ເຫັນ​ຂອງ​ບັນ​ດາ​ນັກ​ປາ​ຖະ​ກະ​ຖາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຄວາມ​ໝັ້ນ​ຄົງ​ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງໄດ້​​ດຳ​ເນີນຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Civitas ຂອງ​ນະ​ຄອນຫຼວງ Warsaw ປະ​ເທດ ໂປ​ໂລຍ ຫວ່າງມໍ່ໆ​ນີ້. ບັນ​ດາ​ນັກ​ປາ​ຖະ​ກະ​ຖາ ກໍ່​​ໃຫ້​ຂໍ້​ສັງ​ເກ​ດ​ວ່າ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງບໍ່​ຄວນ​ນຳ​ໃຊ້​ກຳ​ລັງ​ອາ​ວ​ຸດ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ຫາກຕ້ອງ​ແກ້​ໄຂ​​ໂດຍ​ສັນ​ຕິ​ວິ​ທີ, ​ອີງ​ໃສ່​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ປະ​ລິ​ຍາ​ເອກ ຫຼາ​ດຶກ​ຈູງ, ​ສັງ​ກັດສະ​ຖາ​ບັນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ (ມະ​ຫາ​ວິ​ທະ​ຍາ​ໄລ Almamer) ໄດ້​ແນະ​ນຳ​ໃຫ້​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່, ການ​ດຳ​ເນີນຊີ​ວິດ​ຂອງ​ປະ​ຊາ​ຊົນ ແລະ ນັກ​ຮົບ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຢູ່​ໝູ່​ເກາະເຈື່ອງ​ຊາ, ຢ້ຳ​ຄືນ​ເລື່ອງ​ຈີນ ນ​ຳ​ໃຊ້​ກຳ​ລັງ​ອາ​ວຸດ​ຢຶດ​ຄອງ​ໝູ່​ເກາ​ະ​ເຈື່ອງ​ຊາ ແລະ ບາງ​ເກາະ​ຂອງ​ໝູ່​ເກາະ ເຈື່ອງ​ຊາ, ຖົມ​ດິນ​​ບູ​ລະ​ນະ ແລະ ນຳ​ໃຊ້​ກຳ​ລັງ​ການ​ທະ​ຫານ​ຢູ່​ບັນ​ດາ​ເກາະ​ແຫ່ງນີ້​ຢ່າງ​ຜິດ​ກົດ​ໝາຍ.


ຂ່າວ/ບົດ​ອື່ນ